ພະລາ​ຊີ​ນີ​ ອ​ັງ​ກິດ ປະ​ກາດ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ ອ​ັງ​ກິດ​ໃນ​ປີໜ້າ

(VOVWORLD) -        ວັນທີ 11 ພຶດສະພາ, ພະລາຊິີນີ ອັງກິດ Elizabeth II ໄດ້ມີບົດກ່າວປາໄສສຳຄັນຕໍ່ໜ້າສະພາແຫ່ງຊາດປະເທດນີ້, ໃນນັ້ນ ໄດ້ປະກາດບັນດາບຸລິມະສິດຂອງລັດຖະບານ ອັງກິດ ໃນປີໜ້າ.
ພະລາ​ຊີ​ນີ​ ອ​ັງ​ກິດ ປະ​ກາດ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ ອ​ັງ​ກິດ​ໃນ​ປີໜ້າ - ảnh 1ພະລາຊິີນີ ອັງກິດ Elizabeth II (ພາບ: TTXVN)

ໃນບົດກ່າວປາໄສຢູ່ສະພາສູງ, ພະລາຊິີນີ Elizabeth II ປະກາດຮ່າງກົດໝາຍ 30 ສະບັບ ເຊິ່ງຄາດວ່າຈະໄດ້ຮັບຮອງເອົາໃນປີໜ້າ, ພະລາຊີນີ ຢັ້ງຢືນວ່າ ລັດຖະບານປະເທດນີ້ ຈະຟື້ນຟູປະເທດຈາກໂລກລະບາດໂຄວິດ - 19 ແລະ ຊ່ວຍລາຊະອານາຈັກ ອັງກິດ ກາຍເປັນປະເທດຮຸ່ງເຮືອງເຂັ້ມແຂງ ແລະ ວັດທະນາຖາວອນກວ່າ. ພະລາຊີນີກໍໃຫ້ຮູ້ວ່າ ລັດຖະບານຈະເພີ່ມທະວີບັນດາສາຍພົວພັນທາງດ້ານເສດຖະກິດລະຫວ່າງເຂດໃນສະຫະພັນ, ກໍຄືເພີ່ມທະວີການລົງທຶນ ແລະ ປັບປຸງພື້ນຖານໂຄງລ່າງແຫ່ງຊາດ. ຕາມພະລາຊີນີ ອັງກິດ ແລ້ວ, ລັດຖະບານປະເທດນີ້ ຈະວາງອອກບັນດາມາດຕະການໃໝ່ ເພື່ອໜູນຊ່ວຍດ້ານສາທາລະນະສຸກ ແລະ ສະຫວັດດີການສັງຄົມ. ໃນບົດກ່າວປາໄສຂອງພະລາຊີນີ ກໍໄດ້ເນັ້ນໜັກເຖິງບັນດາຄຳໝັ້ນສັນຍາຂອງລັດຖະບານກ່ຽວກັບການສຶກສາ, ສິດຂອງແມ່ຍິງ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ສິ່ງແວດລ້ອມ. ລັດຖະບານປະເທດນີ້ກໍຈະລົງທຶນໃຫ້ຂະແໜງອຸດສາຫະກຳຂຽວ.



ຕອບກັບ

ຂ່າວ/ບົດ​ອື່ນ