ພະ​ລາ​ຊີ​ນີ ອັງ​ກິດ ສະ​ເໜີ​ບັນ​ດາ​ນະ​ໂຍ​ບາຍ​ຂອງ ລັດ​ຖະ​ບານ ຢູ່ ສະ​ພາ​ແຫ່​ງ​ຊາດ​ອັງ​ກິດ

(VOVWORLD) - ວັນທີ 14 ຕຸລາ ໃນບົດປາໄສທີ່ສະພາແຫ່ງຊາດ, ພະລາຊີນີ ອັງກິດ Elizabeth II ໄດ້ສະເໜີໂດຍຫຍໍ້ບັນດານະໂຍບາຍເຊິ່ງລັດຖະບານຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຈະພະຍາຍາມບັນລຸໄດ້ໃນໄລຍະທີ່ຜ່ານມາ.
ພະ​ລາ​ຊີ​ນີ ອັງ​ກິດ ສະ​ເໜີ​ບັນ​ດາ​ນະ​ໂຍ​ບາຍ​ຂອງ ລັດ​ຖະ​ບານ ຢູ່ ສະ​ພາ​ແຫ່​ງ​ຊາດ​ອັງ​ກິດ - ảnh 1 ພະລາຊີນີ ອັງກິດ Elizabeth II (ພາບ: AFP/TTXVN)

ໂດຍເຕື້ອງເຖິງບັນຫາ ອັງກິດ ຖອນຕົວອອກຈາກ ສະຫະພາບເອີລົບ (Brexit), ພະລາຊີນີ Elizabeth II ຢັ້ງຢືນວ່າ: ບຸລິມະສິດຂອງລັດຖະບານແມ່ນຊອກຫາວິທີການເພື່ອນຳປະເທດອັງກິດຖອນຕົວອອກຈາກ EU ໃນວັນທີ 31 ຕຸລາຈະມາເຖິງ. ພ້ອມກັນນັ້ນ, ກໍ່ເນັ້ນໜັກວ່າ ອັງກິດຢາກກາຍເປັນຄູ່ຮ່ວມມືໃໝ່ຂອງ EU ບົນຫຼັກການ ການຄ້າເສລີ ແລະ ການຮ່ວມມືມິດຕະພາບ, ແລະ ບັນດາລັດຖະມົນຕີໃນລັດຖະບານຂອງອັງກິດ ຈະເຮັດວຽກຕາມວິທີການຄຸ້ມຄອງໃໝ່ໃນບັນດາຂົງເຂດຄື: ສິນໃນນ້ຳ, ກະສິກຳ ແລະ ການຄ້າ. ພະລາຊີນີ ອັງກິດ Elizabeth II ໃຫ້ຄຳໝັ້ນສັນຍາວ່າ ພາຍຫຼັງ Brexit, ປະເທດອັງກິດ ຈະສືບຕໍ່ຮັກສາໄດ້ບົດບາດເປັນໜຶ່ງໃນບັນດາປະເທດນຳໜ້າບັນດາບັນຫາໃນໂລກ, ປົກປັກຮັກສາສິດຜົນປະໂຫຍດຂອງປະເທດອັງກິດ ແລະ ຊຸກຍູ້ການໂຄສະນາ “ຄຸນຄ່າປະເທດອັງກິດ” ອອກໄປສູ່ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ