ພະລາຊີນີອັງກິດເຊັນອະນຸມັດຮ່າງກົດໝາຍອະນຸຍາດໃຫ້ເຈລະຈາຖອນອອກຈາກອີຢູ

ພະລາຊີນີອັງກິດເຊັນອະນຸມັດຮ່າງກົດໝາຍອະນຸຍາດໃຫ້ເຈລະຈາຖອນອອກຈາກອີຢູ - ảnh 1
(ພາບ: TTXVN)

(vovworld) - ​ຕອນ​ບ່າຍ​ວັນ​ທີ 16/03, ພະ​ລາ​ຊີ​ນີ​ອັງ​ກິດ Elizabeth II ໄດ້​​ເຊັ່ນ​ອະ​ນຸ​ມັດຮ່າງ​ກົດ​ໝາຍ​ກ່ຽວ​ກັບ Brexit, ອະ​ນຸ​ຍາດ​ໃຫ້​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ Theresa May ​ອີ່ງ​ໃສ່​​ມາດ​ຕາ 50 ​ຂອງສົນ​ທິ​ສັ​ນ​ຍາ Lisbon ເພື່ອ​ນຳ​ປະ​ເທ​ດ​ອັງ​ກິດ ກ້າວ​ເຂົ້າ​ສ​ູ່​ວິ​ວັດ​ທະ​ນາ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ (ອີຢ​ູ) ຢ່າງ​ເປັນ​ທາງ​ການ. ຕາມ​ແຜນ​ການ​ແລ້ວ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Theresa May ອາດ​​ສາ​ມາດ​ອອກແຈ້ງ​ການ​ເລີ່ມ​​ດຳ​ເນີນ​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ ​ເຊິ່ງຄາດ​ວ່າ​ຈະ​ແກ່​ຍາວ​ເປັນ​ເວ​ລາ 2 ປີ ກັບ​ອີຢ​ູ, ຕາມ​ມາດ​ຕາ 50 ຂອງ​ສົ​ນ​ທິ​ສັ​ນ​ຍາ Lisbon, ໃນ​ທ້າຍ​ເດືອນ 03/2017.

        ສະ​ພາ​ສູງ​ ແລະ ສະ​ພາ​ຕ່ຳ​ອັ​ງ​ກິດ ໄດ້​ປ່ອ​ນ​ບັດ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ເລື່ອງ​ອັງ​ກິດ ຖອນ​ອອກ​ຈາກ​ອີຢ​ູ ໃນ​ວັນ​ທີ 14/03 ຜ່ານ​ມາ.


ຂ່າວ/ບົດ​ອື່ນ