ພະອາຈານໃຫຍ່ ທິກດຶກທ້ຽນ ຊາວຫວຽດນາມຄົນທຳອິດໄດ້ຮັບຫຼຽນໄຊ Padma Shri ຂອງລັດ ອິນເດຍ

(VOVWORLD) -ຕອນຄ່ຳວັນທີ 27 ພຶດສະພາ, ສະຖານທູດ ອິນເດຍ ປະຈຳ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແລະ ອົງການພຸດທະສາສະໜາ ຫວຽດນາມ ຈັດຕັ້ງພິທີມອບໃບຍັ້ງຢືນຫຼຽນໄຊ Padma Shri ຂອງລັດ ອິນເດຍ ໃຫ້ພະອາຈານໃຫຍ່ ທິກດຶກທ້ຽນ, ຮອງປະທານ - ເລຂາທິການໃຫຍ່ອົງການພຸດທະສາສະໜາ ຫວຽດນາມ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ.
ພະອາຈານໃຫຍ່ ທິກດຶກທ້ຽນ ຊາວຫວຽດນາມຄົນທຳອິດໄດ້ຮັບຫຼຽນໄຊ Padma Shri ຂອງລັດ ອິນເດຍ - ảnh 1 ພະອາຈານໃຫຍ່ ທິກດຶກທ້ຽນ ຊາວຫວຽດນາມຄົນທຳອິດໄດ້ຮັບຫຼຽນໄຊ Padma Shri ຂອງລັດ ອິນເດຍ (ພາບ: http://thoibao.today)

ຫຼຽນໄຊ Padma Shri ແມ່ນຫຼຽນໄຊສູງສົ່ງກ່ວາໝູ່ຂອງລັດ ອິນເດຍ ໄດ້ມອບໃຫ້ພົນລະເມືອງ ອິນເດຍ ທີ່ມີຜົນງານດີເລີດໃນບັນດາຂົງເຂດ: ວິທະຍາສາດ, ວັດທະນະທຳ, ສິລະປະ, ການສຶກສາ, ສາທາລະນະສຸກ, ວຽກງານສັງຄົມ, ການຕ່າງປະເທດ, ເຕັກນິກ, ອຸດສາຫະກຳ, ການຄ້າ. ປີ 2018 ຫຼຽນໄຊ Padma Shri ໄດ້ມອບໃຫ້ຊາວຕ່າງປະເທດເນື່ອງໃນໂອກາດກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມເຈລະຈາ ອາຊຽນ - ອິນເດຍ. ແຕ່ລະປະເທດ ອາຊຽນ ມີບຸກຄົນທີ່ດີເລີດກ່ວາໝູ່ 1 ຄົນ ໄດ້ຮັບຫຼຽນໄຊ Padma Shri. ພະອາຈານໃຫຍ່ ທິກດຶກທ້ຽນ ເປັນຊາວ ຫວຽດນາມ ຄົນທຳອິດໄດ້ຮັບຫຼຽນໄຊອັນສູງສົ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ