ພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນໄປຢ້ຽມຢາມນະຄອນເຫວ໋

ພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນໄປຢ້ຽມຢາມນະຄອນເຫວ໋ - ảnh 1ທ່ານປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ພົບ​ປະ​ເຈ​ລະ​ຈາ​ກັບພະ​ເຈົ້າ​ຈັກກະ​ພັດ ຍີ່ປຸ່ນ Akihito ແລະ ພະມະ​ເຫ​ສີ ຍີ່​ປຸ່ນ
(ພາບ​ປະ​ກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 3/3, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ ພັນ​ລະ​ຍາ ​ໄດ້​ມາ​ຍັງປະ​ທັບ​ຂອງ ພະ​ເຈົ້າ​ຈັກກະ​ພັດ ຍີ່ປຸ່ນ Akihito ແລະ ພະມະ​ເຫ​ສີ ​ເພື່ອ​ອຳ​ລາ ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ, ສືບ​ຕໍ່​ສະ​ເດັດ​ໄປ​ຢ້ຽມຢາ​ມນະຄອນ ​ເຫວ໋. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈິ່ງ​ດ້າຍ​ກວາງ ​ໄດ້​ແບ່ງປັນ​ວ່າ, ການ​ນຳ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ສະຫງວນ​ອາລົມ​ຈິດ, ຄວາມ​ເອົາ​ໃຈ​ໃສ່ ​ແລະ ຍາມ​ໃດ​ກໍ່​ຕິດຕາມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ຂອງ ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ, ພ້ອມ​ທັງ​ຫວັງ​ວ່າ ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ ຈະ​ມີ​ອານ​ຸສອນ​ທີ່​ດີ​ໃນ​ໄລຍະ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ, ທ່ານ​ກໍ່​ໄດ້​ແນະນຳ​​ໃຫ້ ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ ​ໄດ້​ຮັບ​ຊາບ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ນະຄອນ ​ເຫວ໋, ​ກຸງ​ເກົ່າ ​ຂອງ ຫວຽດນາມ ​ໃນ​ສະ​ໄໝ​ລາຊະວົງ ຫງວຽນ, ​ເຊິ່ງ UNESCO ​ໄດ້​ຮັບຮອງ​ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ​ເມື່ອ​ປີ 1993​. ທ່ານ​ປະທານ​ປະ​ເທດ ​ແລະ ພັນ​ລະ​ຍາ ຫວັງ​ວ່າ, ​ໃນ​​ໄລຍະຢູ່​ຢ້ຽມຢາມ ​ເຫວ໋, ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ​ຈະ​ຮັບ​ຮູ້​ໄດ້ຄວາມ​ງາມ​ແບບ​ດັ້ງ​ດີ​ມ ​ແລະ ຄວາມ​ສັນຕິ​ສຸກ​ຢູ່​ທີ່​ນີ້.

ສ່ວນ ພະ​ເຈົ້າ​ຈັກກະ​ພັດ ຍີ່ປຸ່ນ Akihito ກໍ່​ແບ່ງປັນ​ວ່າ, ການ​ຢ້ຽມຢາມ​ທາງ​ລັດຖະກິດ ຫວຽດນາມ ຄັ້ງ​ທຳ​ອິດ​ນີ້ ມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ, ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ກໍ່​ຄື​ຄວາມ​ສະ​ໜິດຕິດ​ພັນ, ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ກວ່າ​ອີກ.

 

ຂ່າວ/ບົດ​ອື່ນ