ພະເຈົ້າຈັກກະພັດຍີ່ປຸ່ນAkihitoແລະພະມະເຫສີສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ

ພະເຈົ້າຈັກກະພັດຍີ່ປຸ່ນAkihitoແລະພະມະເຫສີສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ - ảnh 1
ພະ​ເຈົ້າ​ຈັກ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ຢ້ຽມ​ຢາມ​ກຸງ​ເກົ່າ​ເຫ້ວ

(vovworld)- ຕອນ​ທ່ຽງ​ວັນ​ທີ 5/3, ພະ​ເຈົ້າ​ຈັກ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ​ແຕ່​ວັນ​ທີ 28/2 - 5/3/2017 ຢ່າງ​ຈົບ​ງາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີນ​ດ້າຍກວາງ. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ, ພະ​ເຈົ້າ​ຈັກ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ໄດ້​ພົບ​ປະ ແລະ ເຂົ້າ​ຮ່ວມ​ງານ​ລ້ຽງ​ໂດຍ​ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ແລະ ພັນ​ລະ​ຍາ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ, ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິ​ກີມ​ເງິນ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ​ນັ້ນ, ສອງ​ຝ່າຍ​ຖື​ວ່າ ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ພະ​ເຈົ້າ​ຈັກ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ຂອງ ພະ​ເຈົ້າ​ຈັກ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ແລະ​ອາ​ລົມ​ຈິດ​ລະ​ຫວ່າງ​ສອງ​ປະ​ເທດ ຜ່ານນັ້ນ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ້າງ​ຂວາງ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ​່​ປຸ່ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ກ່ອນ​ຫນ້ານັ້ນ ຕອນ​ຄ່ຳ​ວັນ​ທີ 4/3, ລາດ​ຊະ​ວົງ ຍີ່​ປຸ່ນ ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ ປະ​ກາດ​ການ​ຢ້ຽມ​ຢາມ​ເຫ້ວ​ຂອງ​ພະ​ເຈົ້າ​ຈັກ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ຢ່າງ​ຈົບ​ງາມ. ໃນ​ການ​ຢ້ຽມ​ຢາມ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ພະ​ເຈົ້າ​ຈັດ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ໄດ້​ໄປ​ຢ້ຽມ​ຢາມ​ລາດ​ຊະ​ວັງ​ເຫ້ວ, ຮັບ​ຟັງ​ດົນ​ຕີ​ໃນ​ລາດ​ຊະ​ວັງ. ຕອນ​ບ່າຍ​ວັນ​ດຽວ​ກັນ, ພະ​ເຈົ້າ​ຈັດ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ໄດ້​ໄປ​ຢ້ຽມ​ຢາມ​ຫໍ​ອະ​ນຸ​ສອນ​ສະ​ຖານ ຟານ​ໂບ້ຍ​ເຈົາ ຢູ່​ຕາ​ແສງ ເຈື່ອງ​ອານ ນະ​ຄອນ​ເຫ້ວ, ຕ້ອນ​ຮັບ​ພາ​ລະ​ກອນ​ອາ​ສາ​ສະ​ໝັກ​ຂອງ​ອົງ​ການ​ຮ່ວມ​ມື​ພັດ​ທະ​ນາ​ສ​າ​ກົນ ຍີ່​ປຸ່ນ JICA ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຍີ່​ປຸ່ນ ຢູ່​ຫວຽດ​ນາມ ກ່ອນ​ທີ່​ເດີນ​ທາງ​ອອກ​ຈາກ​ຫວຽດ​ນາມ ໃນ​ວັນ​ທີ 5/3. ຕາມ​ທ່ານ Hatsuhisa Takashima, ເລ​ຂາ​ສື່ມວນ​ຊົນ ແລະ ກໍ່​ແມ່​ນ​ໂຄ​ສ​ກົກ​ຂອງ​ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ​ແລ້ວ, ພະ​ເຈົ້າ​ຈັດ​ກະ​ພັດ Akihito ແລະ ພະ​ມະ​ເຫ​ສີ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຢ​້​ຽມ​ຢາມນະ​ຄອນ​ເຫ້ວ ພິ​ເສດ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ການ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ​ຂອງ​ອຳ​ນ​າດ​ການ​ປົກ​ຄອງ ແລ​ະ ປ​ະ​ຊາ​ຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ. 


ຕອບກັບ

ຂ່າວ/ບົດ​ອື່ນ