ພາກກາງສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ Nari, ລົມໃຕ້ຝຸ່ນ ແລະ ຝົນຕົກນ້ຳຖ້ວມ

ພາກກາງສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ Nari, ລົມໃຕ້ຝຸ່ນ ແລະ ຝົນຕົກນ້ຳຖ້ວມ - ảnh 1
ລະດັບ​ນ້ຳ​ຢູ່​ບາງ​ແມ່​ນ້ຳ​ຂ​ອງແຂວງ ກວາງ​ບິ່ງ, ​ເທື່ອ​ທຽນ​ເຫ໋ວ, ກວາງ​ນາມ ຂຶ້ນ​ສູງ
(ພາບປະກອບ)


(vovworld) - ຝົນຕົກ​ໜັກ​ໃນ​ຊຸມ​ມື້ຜ່ານ​ມາ ພ້ອມ​ກັບ​​ເລື່ອງເຂື່ອນ​ໄຟຟ້າ​ປ່ອຍນ້ຳ ​​ໄດ້ເຮັດ​ໃຫ້​ລະດັບ​ນ້ຳ​ຢູ່​ບາງ​ແມ່​ນ້ຳ​ຂ​ອງແຂວງ ກວາງ​ບິ່ງ, ​ເທື່ອ​ທຽນ​ເຫ໋ວ, ກວາງ​ນາມ ຂຶ້ນ​ສູງ, ​ໄດ້ກໍ່ສະພາບ​ນ້ຳ​ຖ້ວມ​ຢູ່​ຫຼາຍທ້ອງ​ຖິ່ນ. ຮອດ​ຕອນ​ເຊົ້າ​ວັນ​ທີ 17 ຕຸລາ, ລະດັບນ້ຳຢູ່​ບັນດາ​ແມ່​ນ້ຳພວມ​ຢູ່​ໃນ​ລະດັບ​ສູງ ​ແລະ ຄ່ອຍໆ​ຫຼຸດ​ລົງ.

        ຢູ່​ແຂວງ​ກວາງ​ບິ່ງ ຝົນຕົກ​ໜັກ, ພ້ອມກັບ​ນ້ຳ​ທະ​ເລຂຶ້ນ​ສູງ ​ໄດ້​ເຮັດ​ໃຫ້​​ເຮືອນຊານ 10.000 ຫຼັງຂອງ​ປະຊາຊົນ​ຢູ່​ບັນດາ​ທ້ອງ​ຖິ່ນ​ເຖິງ​ຈົມ​ນ້ຳ​ຢ່າງ​ເລິກ. ຝົນຕົກ​ນ້ຳ​ຖ້ວມ ​ໄດ້​ເຮັດ​​ໃຫ້​ມີ 6 ຄົນ​ເສຍ​ຊີວິດ ​ແລະ 30 ຄົນ​ຮັບ​ບາດ​ເຈັບ, ລົມ​ໃຕ້​ຝຸ່ນ​ເຮັດ​​ໃຫ້ມີ​ເຮືອນຊານ 730 ຫຼັງ​ຖືກ​ເປ​ເພ, ຕອນ​ເຊົ້າ​ວັນ​ທີ 17 ຕຸລາ, ນ້ຳ​ຖ້ວມ​ໄດ້​ຫຼຸດ​ລົງ, ​ແຂວງ​ກວາງ​ບິ່ງ ​ໄດ້​ລະດົມ​ພະນັກງານ​ກຳລັງ​ກອງທັບ​, ຕຳຫຼວດ, ທະຫານ​​ເຂດຊາຍ​ແດນນັບ​ຮ້ອຍ​ຄົນ ລົງ​ຮາກ​ຖານ​ເພື່ອ​ຊ່ວຍ​ປະຊາຊົນ​ແກ້​ໄຂຜົນຮ້າຍ​ຢ້ອນ​ຫຼັງ​ຈາກຝົນຕົກນ້ຳ​ຖ້ວມ. ທ່ານ ຫງວຽນ​ເລືອ​ງບິ່ງ, ຮອງ​ເລຂາ​ຕາ​ແສງ ມິ​ງຮ໋ວາ, ​ແຂວງ​ກວາງ​ບິ່ງ ​ໃຫ້​ຮູ້​ວ່າ.

        “​ເຮືອນ 4 ຫຼັງ​ຖືກ​ຫັກ​ພັງ, ຄະນະ​ປະຈຳ​ພັກ​ເມືອງ ​ໄດ້​ຊີ້​ນຳ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຫັກ​​ເງິນ​ຈາກ​ງົບປະມາ​ນສຳຮອງ​ຂອງ​​ເມືອງ​ໜູນ​ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ ຈາກຝົນຕົກນ້ຳ​ຖ້ວມ ​ແຕ່ລະ​ຄອບ​ຄົວ​ແມ່ນ 7 ລ້ານ​ດົງ. ນອກຈາກ​ນັ້ນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດເມືອງ ກໍ່​ໜູນ​ຊ່ວຍ​ແຕ່​ລະ​ຄອບຄົວ​ຈຳນວນ​ເງິນ 3 ຫາ 5 ລ້ານ​ດົງ ​ແລະ ສະພາກາ​ແດງ​ແຂວງ​ໜູນ​ຊ່ວຍ 1 ລ້ານ​ດົງຕໍ່​ຄອບຄົວ.”

        ຢູ່​ນະ​ຄອນ​ດ່າ​ນັ້ງ, ຄະນະ​ກຳມະການ​ປະຊາຊົນ ກໍ່​ຕົກລົງ​ໜູນ​ຊ່ວຍ​ສຳລັບ​ບັນດາ​ຄອບຄົວ​ຖືກ​ເສຍ​ຫາຍ​ຍ້ອນ​ພະຍຸ Nari.

        ​ແຂວງ​ກວາງ​ນາມ ພວມ​ຜັນ​ຂະຫຍາຍ​ພະນັກງານ, ນັກຮົບ ຊ່ວຍ​ປະຊາຊົນ​ເຮັດອະນາ​ໄມ, ກໍ່ສ້າງ​​ເຮືອນ​ຢູ່​ຄືນ​ໃໝ່ ​ເພື່ອ​ຮັບປະກັນ​​ໃຫ້ຊີວິດການ​ເປັນ​ຢູ່​ກັບ​ຄືນ​ສູ່​ເປັນ​ປົກກະຕິ.

ຂ່າວ/ບົດ​ອື່ນ