ພາກກາງຮີບເຮັ່ງແກ້ໄຂແກ້ໄຂຜົນນ້າຍຢ້ອນຫຼັງຈາກພະຍຸນ້ຳຖ້ວມ

ພາກກາງຮີບເຮັ່ງແກ້ໄຂແກ້ໄຂຜົນນ້າຍຢ້ອນຫຼັງຈາກພະຍຸນ້ຳຖ້ວມ - ảnh 1
(ພາບປະກອບ)

(vovworld) – ​ບັນດາ​ທ້ອງ​ຖິ່ນ​ຈາກ​ແຂວງ​ຮ່າ​ຕິ້ງ​ຫາ​ແຂວງ​ກວາງ​ງ້າ​ຍ ພວມ​ຮີບ​ເຮັ່ງ ແກ້​ໄຂ​ຜົນ​ນ້າຍຢ້ອນ​ຫຼັງ​ຈາກ​ພະຍຸ​ນ້ຳ​ຖ້ວມທີ​່​ແກ່ຍາວ 2-3 ມື້​ທີ່​ຜ່ານ​ມາ. ຕາມ​ການ​ສະ​ຖີຕິ​ແລ້ວ, ພາຍຸ​ນ້ຳ​ຖ້ວມ​ຄັ້ງ​ຜ່ານ​ມາ​ໄດ້​ເຮັດ​ໃຫ້ມີ 18 ຄົນ​ເສຍ​ຊີວິດ, 3 ຄົນ​ຫາຍ​ສາບ​ສູນ, 92 ຄົນ​ຮັບ​ບາດ​ເຈັບ ​ແລະ​ ​ໄດ້ກໍ່​ຄວາມ​ເສຍ​ຫາຍອັນ​ໜັກ​ໜ່ວງ​ທາງ​ດ້ານ​ຊັບ​ສິນ. ບັນດາ​ກຳລັງ​ກອງທັບ, ທະຫານ​ລາດ, ພະນັກງານ, ນັກຮົບ​ໃນ​ບໍລິ​ເວັນ​ບັນດາ​ທ້ອງ​ຖິ່ນ​ດັ່ງກ່າວ ​ໄດ້ ​ແລະ ພວມ​ສົມທົບ​ກັບ ອຳນາດ​ການ​ປົກຄອງ​ບັນດາ​ທ້ອງ​​ຖິ່ນພ້ອມ​ກັບ​ປະຊາຊົນ​ແກ້​ໄຂ​ຜົນ​ນ້າຍຢ້ອນ​ຫຼວງ​ຈາກ​ພະຍຸ​ນ້ຳ​ຖ້ວມ.

  ສະ​ເພາະ​ແຂວງ​ຮ່າ​ຕິ້ງ, ຜົນ​ຕົກ​ໜັກ, ​ໄດ້​ກໍ່​ໄພ​ນ້ຳ​ຖ້ວມຢູ່ 69 ຕາແສງ. ປະຈຸບັນ, ຍັງມີບາງສະຖານທີ່ມີແນວໂນ້ມຖືກນ້ຳຖ້ວມເລິກຍ້ອນນ້ຳຈາກຕອ ນ ເທິ່ງແມ່ນ້ຳໄຫຼລົງມາ. ຄະນະກຳມະການປະຊາຊົນແຂວງໃຫ້ຮູ້ ຈະໜູນຊ່ວຍ ໝີ່ສຳ​ເລັດ​ຮູບ 13.000 ​​ແກັດ ​ແລະ ​ເຂົ້າສານ 940 ​ໂຕນ​ເພື່ອ​ຊ່ວຍ​ເຫຼືອ​ປະຊາ​ຊົນ​ເຂດ​ນ້ຳ​ຖ້ວມ​ໃນ​ແຂວງ.

ຂ່າວ/ບົດ​ອື່ນ