ພາກສ່ວນຕ່າງໆຂອງຫວຽດນາມເຂົ້າຢ້ຽມຂ່ຳນັບປະທານສະພາແຫ່ງຊາດລາວ

ພາກສ່ວນຕ່າງໆຂອງຫວຽດນາມເຂົ້າຢ້ຽມຂ່ຳນັບປະທານສະພາແຫ່ງຊາດລາວ - ảnh 1
ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້
ຕ້ອ​ນ​ຮັບທ່ານ ເຈີນ​ວັນ​ຕຸຍ, ປະ​ທານ​ສູນ​ກາງສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 07/03, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ, ຄະ​ນະ​ຕິດ​ຕໍ່​​ພົວ​ພັນທະ​ຫານອາ​ສາ​ສະໝັກ​ ແລະ​ ນັກ​ຊ່ຽວ​ຊານ​ຫວຽດ​ນາມ​ ຊ່ວຍ​ການ​ປະ​ຕິ​ວັດ​ລາວ ໄດ້ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້, ທີ່​ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ ເຈີນ​ວັນ​ຕຸຍ, ຫົວ​ໜ້າ​ຄະ​ນະ​​ຮັບ​ຜິດ​ຊອບ​ວຽກ​ງານ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ປະ​ທານ​ສູນ​ກາງສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ, ໄດ້​ຂອບ​ໃຈ​ການ​ນຳ​ພັກ, ລັດ ລາວ ແລະ ທ່ານ​ນາງ ປາ​ນີ ຢາ​ທໍ່​ຕູ້ ທີ່​ໄດ້​ເອົາ​ໃຈ​ໃສ່, ຊີ້​ນຳ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ການ​ແກ່​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ມິ​ດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາ​ມ - ລາວ. ທ່ານ ເຈີນ​ວັນ​ຕຸຍ ຢືນ​ຢັນ​ວ່າ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ຕັດ​ສິນ​ໃຈພ້ອມ​ກັບ​ສະ​ມາ​ຄົ​ມ​ມິ​ຕະ​ພາບ​ລາວ - ຫວຽດ​ນາມ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ມິດ​ຕະ​ພາບ, ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ  ແລະ ກັນ, ຮັດ​ແໜ້ນນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ​ໃຫ້​ດີກວ່າ​ອີກ.

        ສ່ວນ​ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ປາ​ນີ ຢາ​ທໍ່​ຕູ້ ໄດ້​ເນັ້ນ​ໜັກ​ເຖິງ​ການ​ພົວ​ພັນ ສັດຊື່ບໍລິສຸດ, ປອດ​ໄສ​ລະ​ຫວ່າງ 2 ຊາດ​ຫວຽດ​ນາມ - ລາວ ​ແລະ ຢືນ​ຢັນ​ວ່າ ຈະ​ເຮັດ​ຈົ​ນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ, ປະ​ກອບ​ສ່ວນ​ສຶກ​ສາ​​ອົບ​ຮົມໃຫ້​ລຸ້ນ​ໜຸ່ມ​ລາວ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສາຍ​ພົວ​ພັນ​ແບບ​ພິ​ເສດນີ້​ກວ່າ​ອີກ.

ຂ່າວ/ບົດ​ອື່ນ