ພາ​ຍຸ Kompasu ​​ເຄື່ອນ​​ທີ່​ຮອດ​ໃກ້​ທະ​ເລ​ຕາ​ເວັນ​ອອກ, ເຮັດ​ໃຫ້​ເກີດ​ຝົນ​ຕົກ​ໜັກ​ຢູ່ຫຼາຍ​ທ້ອງ​ຖິ່ນ

(VOVWORLD) -ຕາມສູນອຸຕຸນິຍົມ, ອຸທົກກະສາດແຫ່ງຊາດ ແລ້ວ, ຕອນເຊົ້າວັນທີ 11 ຕຸລາ, ພາຍຸ Kompasu ເຄື່ອນຮອດຈຸດຢູ່ຫ່າງຈາກເກາະ Luzon (ຟີລິບປິນ) ປະມານ 300 ກິໂລແມັດ ໄປທາງທິດຕາເວັນອອກ ຕາເວັນອອກສ່ຽງເໜືອ. ດ້ວຍແຮງລົມແຮງທີ່ສຸດຢູ່ໃກ້ຈຸດໃຈກາງຂອງພາຍຸ ແມ່ນຢູ່ໃນລະດັບ 9 ຫາລະດັບ 11.
ພາ​ຍຸ Kompasu ​​ເຄື່ອນ​​ທີ່​ຮອດ​ໃກ້​ທະ​ເລ​ຕາ​ເວັນ​ອອກ, ເຮັດ​ໃຫ້​ເກີດ​ຝົນ​ຕົກ​ໜັກ​ຢູ່ຫຼາຍ​ທ້ອງ​ຖິ່ນ - ảnh 1(ພາບ: ສູນອຸຕຸນິຍົມ, ອຸທົກກະສາດແຫ່ງຊາດ)

ຕໍ່ໜ້າການຜັນແປສັບສົນຂອງພາຍຸລູກນີ້, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງໂທລະເລກຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຈົ່ງຜັນຂະຫຍາຍການຮັບມືກັບໄພທຳມະຊາດຢ່າງທັນການ, ຂ້ຽວຂາດ ແລະ ມີປະສິດທິຜົນ. ຕາມນັ້ນແລ້ວ, ຄະນະກຳມະການປະຊາຊົນແຂວງ, ນະຄອນ ຕ່າງໆ ກໍ່ລ້ວນແຕ່ຊີ້ນຳອົງການມີໜ້າທີ່ຮັບຜິດຊອບສົມທົບກັບກຳລັງທະຫານປ້ອງກັນຊາຍແດນ, ຂະແໜງສິນໃນນ້ຳ ແລະ ຄົມມະນາຄົມກວດກາ, ມີການຊີ້ນຳ, ແນະນຳ, ຮັບປະກັນຄວາມປອດໄພໃຫ້ແກ່ຍານພາຫະນະ, ເຮືອ, ກ່ຳປັ່ນທີ່ພວມເຄື່ອນໄຫວຢູ່ທະເລ, ປາກແມ່ນ້ຳ ແລະ ທ່າເຮືອຕ່າງໆ ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ປູກລ້ຽງສິນໃນນ້ຳໃນກະຊັງ ແລະ ເກະແຫ່ງຕ່າງໆ; ກຽມພ້ອມຜັນຂະຫຍາຍວິທີການຮັບມືກັບພາຍຸ, ຝົນຕົກ, ນ້ຳຖ້ວມ, ນ້ຳແກ່ງ, ສະພາບດິນເຊາະເຈື່ອນ, ໂດຍສະເພາະແມ່ນຍົກຍ້າຍປະຊາຊົນຢູ່ເຂດມີຄວາມສ່ຽງໄປຍັງເຂດປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ