ພາ​ຍຸ Molave ກ​ໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່​ບັນ​ດາ​ແຂວງ​ພາກ​ກາງ ແລະ ເຂດໄຕງວຽນ​

(VOVWORLD) - ພາຍຸ Molave ໄດ້ພັດເຂົ້າບາງແຂວງພາກກາງ ຫວຽດນາມ, ເຮັດໃຫ້ເກີດມີຝົນຕົກໜັກ, ດິນເຈື່ອນ ຢູ່ແຂວງກ໋ວາງນາມ. ໄລ່ຮອດເວລາ 13 ໂມງ ຂອງວັນທີ 29 ຕຸລາ, ຢູ່ກ໋ວາງນາມ, ໄດ້ເກີດດິນເຈື່ອນ 2 ຄັ້ງ ເຮັດໃຫ້ປະຊາຊົນ 66 ຄົນຖືກຖົມຢູ່ໃຕ້ດິນ. ປັດຈຸບັນ, ຄົ້ນຫາໄດ້ 19 ສົບ ແລ້ວ. ບັນດາກຳລັງເຈົ້າໜ້າທີ່ພວມພະຍາຍາມຄົ້ນຫາຜູ້ທີ່ປະສົບເຄາະຮ້າຍທີ່ຍັງເຫຼືອ.
ພາ​ຍຸ Molave ກ​ໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່​ບັນ​ດາ​ແຂວງ​ພາກ​ກາງ  ແລະ ເຂດໄຕງວຽນ​ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ລົງກວດກາ, ຊີ້ນຳວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກພາຍຸ Molave (ພາບ: TTXVN)

ຕອນເຊົ້າວັນທີ 29 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ໄດ້ໄປເມືອງ ບັກຈ່າມີ, ແຂວງກ໋ວາງນາມ ເພື່ອຊີ້ນຳການຄົ້ນຫາຜູ້ປະສົບເຄາະຮ້າຍໂດຍກົງ. ທ່ານໄດ້ຮຽກຮ້ອງໃຫ້ກຳລັງກູ້ໄພເຂົ້າເຖິງເຂດດິນເຈື່ອນໂດຍໄວ.

ທີ່ແຂວງກ໋ວາງຫງາຍ, ຕອນເຊົ້າວັນທີ 29 ຕຸລາ, ລະດັບນ້ຳໄດ້ຫຼຸດລົງ, ແຕ່ບາງເຂດຕ່ຳຍັງຖືກຕັດຂາດຍ້ອນນ້ຳຖ້ວມ. ທາງທ້ອງຖິ່ນ ຕ້ອງໄດ້ຍົກຍ້າຍປະຊາຊົນ 6000 ຄອບຄົວ ໄປຢູ່ເຂດປອດໄພ.    ຮອດຕອນເຊົ້າວັນທີ 29 ຕຸລາ, ຢູ່ບໍລິເວນແຂວງ ຍັງມີ 5 ບ່ອນ ທີ່ຖືກນ້ຳຖ້ວມ ຕັດຂາດ ດ້ວຍປະຊາຊົນ 500 ຄອບຄົວ.

ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານຂອງຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ໂດຍທ່ານຫງວຽນຊວັນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳ ເປັນຫົວໜ້າຄະນະ ໄດ້ລົງໄປກວດກາ, ຊີ້ນຳວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກພາຍຸ Molave  ແລະ ວຽກງານປ້ອງກັນ, ຕ້ານຝົນຕົກ, ນ້ຳຖ້ວມຢູ່ບໍລິເວນແຂວງກ໋ວາງຫງາຍ.

ໃນຕອນເຊົ້າວັນທີ 29 ຕຸລາ, ທ່ານພົນເອກໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ: ຈະລະດົມບັນດາກຳລັງຕັ້ງທັບຢູ່ເກາະ ແລະ ບັນດາກ່ຳປັ່ນກຽມພ້ອມເຂົ້າຮ່ວມການເຄື່ອນໄຫວຊອກຫາແລະ ກູ້ໄພ ຜູ້ປະສົບເຄາະຮ້າຍ ເພື່ອຈຳກັດຄວາມເສຍຫາຍຂອງຊາວປະມົງໃຫ້ຢູ່ໃນລະດັບຕ່ຳສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ