ພາຍຸ Molave ພັດເຂົ້າບັນດາແຂວງພາກກາງ

(VOVWORLD) -ຕອນບ່າຍວັນທີ 28 ຕຸລາ, ພາຍຸ Molave ໄດ້ພັດເຂົ້າດິນຕໍ່ແຜ່ນຢູ່ແຂວງຕ່າງໆຄື: ກວາງນາມ, ກວາງງ້າຍ ອັນໄດ້ເຮັດໃຫ້ເກີດຄື້ນຟອງ ແລະ ລົມແຮງ. ມີເຮືອນນັບຮ້ອຍຫຼັງຖືກເລີກຫຼັງຄາ, ຕົ້ນໄມ້ຖືກຫັກ ແລະ ຢູ່ຫຼາຍບ່ອນຕ້ອງຕັດໄຟຟ້າ
ພາຍຸ Molave ພັດເຂົ້າບັນດາແຂວງພາກກາງ - ảnh 1 ເຮືອນນັບຮ້ອຍຫຼັງຖືກເລີກຫຼັງຄາຍ້ອນພາຍຸ Molave

ທ່ານ ຫງວຽນຮົ່ງລາຍ ຮອງປະທານຄະນະກຳມະການປະຊົນ ນະຄອນ ຕາມກີ ແຂວງ ກວາງນາມ ໃຫ້ຮູ້ວ່າ :

    “ ປະຊາຊົນມີຄວາມລະມັດລະວັງຕໍ່ການຮັກສາເຮືອນຊານ. ພິເສດ ພວກຂ້າພະເຈົ້າໄດ້ຊີ້ນຳຂະແໜງຕຳຫຼວດ, ກອງທັບ ຮັບປະກັນຄວາມປອດໄພທາງດ້ານຊັບສິນໃຫ້ແກ່ປະຊາຊົນ ເພື່ອຊ່ວຍປະຊາຊົນມີຄວາມອຸ່ນອຽນໃຈຫຼົບຫຼີກພາຍຸ. ກຳນົດດ້ານແນວຄິດໃຫ້ປະຊາຊົນ ບໍ່ຄວນປະໝາດ. ພວກຂ້າພະເຈົ້າຄຸ້ມຄອງຢ່າງແນ້ນແຟ້ນ, ເວລາພາຍຸເຊົາແລ້ວ ຈຶ່ງນຳປະຊາຊົນກັບມາເຮືອນ ”

    ສ່ວນຢູ່ແຂວງກວາງງ້າຍ, ມີເຮືອນນັບຮ້ອຍຫຼັງຖືກເລີກຫຼັງຄາ, ຕົ້ນໄມ້ຖືກຫັກຢ່າງຫຼວງຫຼາຍ. ນອກຈາກນັ້ນ ກໍມີບາງກິດຈະກຳສາທາລະນະອື່ນໆ ກໍຖືກເປເພ. ທ່ານລັດຖະມົນຕີກະຊວງກະສີກຳ ແລະ ພັດທະນາຊົນນະບົດຫວຽດນາມ ຫງວຽນຊວນເກືອງ ໃຫ້ຂໍ້ສັງເກດວ່າ :

   “ ພາຍຸລູກນີ້ ສືບຕໍ່ກໍໃຫ້ເກີດລົມແຮງຢູ່ດິນຕໍ່ແຜ່ນ. ພວກເຮົາຄວນຊາບຊຶມເພື່ອໃຫ້ທຸກໆຄົນຮູ້ວ່າ ເມື່ອພາຍຸເຊົາຈຶ່ງໄດ້ກັບມາເຮືອນ ເພື່ອຮັບປະກັນຄວາມປອດໄພ ແລະ ຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນຢ່າງເດັດຂາດ ”. 

ຕອບກັບ

ຂ່າວ/ບົດ​ອື່ນ