ພາຍຸSinlakuອ່ອນລົງ,ກາຍເປັນຄວາມດັນອາກາດຕຳ່,ກໍ່ຝົນຕົກໜັກຢູ່ຫຼາຍທ້ອງຖີ່ນ

ພາຍຸSinlakuອ່ອນລົງ,ກາຍເປັນຄວາມດັນອາກາດຕຳ່,ກໍ່ຝົນຕົກໜັກຢູ່ຫຼາຍທ້ອງຖີ່ນ - ảnh 1
ພາ​ຍຸ Sinlaku ອ່ອນ​ລົງ
(ພາບ: NCHMF.)

(vovworld) – ພາຍຸ​ Sinlaku ໄດ້​ພັດ​ເຂົ້າບັນດາ​ເມືອງ, ​ເທດສະບານ​ທາງ​ພາກ​ເໜືອ​ແຂວງ​ຟູ໋ອຽນ, ​ແຕ່​ບໍ່​ກໍ່​ຄວາມ​ເສຍ​ຫາຍ​ຫຼາຍ​ປານ​ໃດ. ພາ​ຍຸ Sinlaku ອ່ອນ​ລົງ, ​ໄດ້ກາຍ​ເປັນຄວາມ​ດັນ​ອາກາດ​ຕຳ່, ​ເຮັດ​ໃຫ້​ບັນດາ​ແຂວງ​ຟູ໋ອຽນ, ບິ່ງ​ດິ້ງ ​ແລະ ທາງ​ທິດ​ເໜືອ​ໄຕ​ງວຽນ ມີ​ຝົນຕົກ​ໜັກ. ວັນ​ທີ 30/11, ນຳ້​ແກ່ງ​ຈາກ​ທາງ​ທິດ​ໃຕ້​ແຂວງ​ກວາງ​ຫງາຍ ​ເຖິງ​ທາງ​ທິດ​ເໜືອ​ແຂວງ​ຟູ໋ອຽນ ​ແລະ ຢາ​ລາຍ, ກອນ​ຕຸ​ມ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ອາດ​ຈະ​ເຮັດ​ໃຫ້​ນຳ້​ຖ້ວມ​ຢູ່​ເຂດ​ທົ່ງພຽງ​ແຄມ​ຝັ່ງ​ທະ​ເລ​ ​ແລະ ​ເຂດ​ພື້ນ​ທີ່​ຕຳ່​ຂອງແຂວງ​ຕ່າງໆ. ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 30/11, ຢູ່​ແຂວງ​ຟູ໋ອຽນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ​ຕ້ານ​ພາຍຸ​ສູນ​ກາງ, ຮຽກຮ້ອງ​ທ້ອງ​ຖີ່​ນຕ່າງໆ​ສືບ​ຕໍ່​ຮັບ​ມື​ກັບ​ສະພາບ​ຝົນຕົກ​ນຳ້​ແກ່ງ.

ພາຍຫຼັງ​ການ​ປະຊຸມ​ນີ້, ພວກ​ເຮົາ​ຈະ​ສຸມ​ໃສ່​ວຽກ​ງານ​ຮັບ​ມື​ກັບ​ນຳ້​​ແກ່ງຖ້ວມ, ​ເອົາ​ໃຈ່​ໃສ່​ເຖິງ​ການ​ໜູນ​ຊ່ວຍ​ປະຊາຊົນ​ປ້ອງ​ກັນ, ຕ້ານ​ພາຍຸ​ນຳ້​ຖ້ວມ. ສະ​ເໜີ​ໃຫ້​ທ້ອງ​ຖີ່​ນຕ່າງໆ​ຈັດ​ວາງ​ກຳລັງ​ເວນ​ຍາມ, ກ່າວ​ເຕືອນ, ​ແນ​ະນຳ​ໃຫ້​ປະຊາຊົນ​ ເພື່ອ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ນຳ້​ແກ່ງ​ຖ້ວມ.

ຂ່າວ/ບົດ​ອື່ນ