ພາຍຸລົມແຮງພັດເຂົ້າ ຍີ່ປຸ່ນ ແລະ ອາເມລິກາ

(VOVWORLD) - ປະຈຸບັນ, ຄາດວ່າ, ພາຍຸ Jebi ອາດຈະກາຍເປັນພາຍຸລູກໃຫຍ່ທີ່ສຸດພັດເຂົ້າ ຍີ່ປຸ່ນ ໃນ 25 ປີຜ່ານມາ, ມັນໄດ້ພັດເຂົ້າເກາະ Shikoku ດ້ວຍກຳລັງແຮງຂຶ້ນເຖິງ 216 ກມ/ຊົ່ວໂມງ

ວັນທີ 4 ກັນຍາ, ວົງການເຈົ້າໜ້າທີ່ ຍີ່ປຸ່ນໄດ້ປະກາດຄຳສັ່ງອົບພະຍົບປະຊາຊົນເກືອບ 300.000 ຄົນ ແລະ ຍົກເລີກຖ້ຽວບິນນັບພັນຖ້ຽວໃນສະພາບການພາຍຸ Jebi ພັດເຂົ້າເຂດຕາເວັນຕົກຂອງປະເທດນີ້ກໍ່ໃຫ້ເກີດສະພາບຝົນຕົກໜັກ ແລະ ລົມແຮງ. ປະຈຸບັນ, ຄາດວ່າ, ພາຍຸ Jebi ອາດຈະກາຍເປັນພາຍຸລູກໃຫຍ່ທີ່ສຸດພັດເຂົ້າ ຍີ່ປຸ່ນ ໃນ 25 ປີຜ່ານມາ, ມັນໄດ້ພັດເຂົ້າເກາະ Shikoku ດ້ວຍກຳລັງແຮງຂຶ້ນເຖິງ 216 ກມ/ຊົ່ວໂມງ ແລະ ຄາດວ່າຈະພັດເຂົ້າເຂດຕາເວັນຕົກເກາະ Honshu ແລະ ນະຄອນ Osaka.

        ໃນຂະນະນັ້ນ, ຢູ່ ອາເມລິກາ ພາຍຸເຂດຮ້ອນ Gordon ໄດ້ພັດເຂົ້າເຂດທາງທິດໃຕ້ຂອງລັດ Florida ໃນວັນທີ 3 ກັນຍາ ແລະ ໄດ້ພັດເຂົ້າເຂດຝັ່ງທະເລທາງພາກກາງຂອງປະເທດນີ້ໃນວັນທີ 4 ກັນຍາ. ພາຍຸ Gordon ໄດ້ຄາດວ່າຈະພັດເຂົ້າເຂດລະຫວ່າງລັດ Louisiana ແລະ Mississippi. ຜູ້ວ່າການລັດ Louisiana ໄດ້ປະກາດສະພາວະສຸກເສີນໃນບໍລິເວນລັດ, ພ້ອມທັງອອກຄຳສັ່ງຜັນຂະຫຍາຍພິທັກຮັກສາແຫ່ງຊາດ 200 ຄົນຂອງລັດນີ້ປະຕິບັດວຽກງານ. ໃນຂະນະນັ້ນ, ອົງການຄຸ້ມຄອງສະພາບສະພາວະສຸກເສີນຢູ່ລັດ Mississippi ກໍ່ກ່າວເຕືອນປະຊາຊົນກຽມພ້ອມໄປອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ