ພາບ​ພົດ “​ອາ​ຊຽນສາ​ມັກ​ຄີ” ​ຢ​ູ່ Praha

(VOVWORLD) -ທ່ານ ໂຮ່ມິງຕວນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳສ.ເຊັກໂກ ໃຫ້ຮູ້ວ່າ ການຈັດຕັ້ງ “ວັນຄອບຄົວອາຊຽນ 2019” ເພື່ອແນໃສ່ສະແດງນ້ຳໃຈມິດຕະພາບ ແລະ ການພົວພັນຢ່າງສະໜິດແໜ້ນລະຫວ່າງ ບັນດາປະເທດສະມາຊິກປະຊາຄົມອາຊຽນ.
ພາບ​ພົດ “​ອາ​ຊຽນສາ​ມັກ​ຄີ” ​ຢ​ູ່ Praha - ảnh 1ບັນດາເອກອັກຄະລັດຖະທູດຂອງ 6 ປະເທດອາຊຽນໃນວັນຄອບຄົວອາຊຽນ 2019 

ວັນທີ 27 ສິງຫາ, ສະຖານທູດ ຫວຽດນາມ ປະຈຳສາທາລະນະລັດ ເຊັກໂກ ໄດ້ເປັນປະທານຈັດຕັ້ງ “ວັນຄອບຄົວອາຊຽນ 2019”ຂຶ້ນໂດຍມີການເຂົ້າຮ່ວມຂອງເອກອັກຄະລັດຖະທູດ ແລະ 150 ຄົນເຊິ່ງເປັນສະມາຊິກຄອບຄົວຂອງພະນັກງານ, ພາລະກອນສະຖານທູດບັນດາປະເທດຄື: ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟິລິບປິນ, ໄທ ແລະ ຫວຽດນາມ. ສະເພາະຫວຽດນາມ ຍັງມີການເຂົ້າຮ່ວມຂອງປະທານສະຫະສະມາຄົມຊາວ ຫວຽດນາມ ຢູ່ເອີລົບ ແລະ ຜູ້ຕາງໜ້າສະມາຄົມຊາວ ຫວຽດນາມ ຢູ່ ສ.ເຊັກໂກ.

        ກ່າວຄຳເຫັນໄຂເຫດການ, ທ່ານ ໂຮ່ມິງຕວນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳສ.ເຊັກໂກ ໃຫ້ຮູ້ວ່າ ການຈັດຕັ້ງ “ວັນຄອບຄົວອາຊຽນ 2019” ເພື່ອແນໃສ່ສະແດງນ້ຳໃຈມິດຕະພາບ ແລະ ການພົວພັນຢ່າງສະໜິດແໜ້ນລະຫວ່າງ ບັນດາປະເທດສະມາຊິກປະຊາຄົມອາຊຽນ. ພ້ອມທັງເນັ້ນໜັກວ່າ: ອາຊຽນແມ່ນອົງການທີ່ມີຄວາມສາມັກຄີ, ແລະ ຫວຽດນາມ ພ້ອມແລ້ວທີ່ຈະດຳລົງຕຳແໜ່ງເປັນປະທານອາຊຽນໃນປີ 2020 ດ້ວຍຄວາມສຸດອົກສຸດໃຈ, ຄຸນນະທາດ ແລະ ຄວາມເປັນມືອາຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ