ພາບພົດຂອງຫວຽດນາມຜ່ານຮູບຖ່າຍຂອງນັກສີລະປິນອີຕາລີ

(VOVWORLD) -“ຫວຽດນາມ ໃນປະຈຸບັນ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍກ່ຽວກັບຫວຽດນາມ ຂອງນັກຖ່າຍຮູບຊາວອີຕາລີ Daniele Rossi ພວມດຳເນີນຢູ່ຫ້ອງວາງສະແດງສີລະປະຍຸກປະຈຸບັນ Tibaldo Art, ນະຄອນຫຼວງ Rome, ປະເທດອີຕາລີ. 

ພາບພົດຂອງຫວຽດນາມຜ່ານຮູບຖ່າຍຂອງນັກສີລະປິນອີຕາລີ - ảnh 1

 ພາບພົດຂອງຫວຽດນາມຜ່ານຮູບຖ່າຍຂອງນັກສີລະປິນອີຕາລີ

( ພາບ: Vietnam+)

ງານວາງສະແດງຄັ້ງນີ້, ນັກຖ່າຍຮູບ Daniele Rossi ປາດຖະໜາຢາກໃຫ້ມະຫາຊົນເຫັນໄດ້ໂສມໜ້າຍຸກສະໄໝປະຈຸບັນຂອງປະເທດຫວຽດນາມ ເຊິ່ງເປັນປະເທດພວມພັດທະນາໃນທຸກດ້ານ ດ້ວຍກຳລັງແຮງຂອງລຸ້ນໜຸ່ມຫວັງຢາກສ້າງຄວາມຮັ່ງມີ, ອຸທິດສ່ວນໃຫ້ປະເທດຊາດ… ເຂົ້າຮ່ວມງານວາງສະແດງ, ມະຫາຊົນໄດ້ຊົມບັນດາພາບຖ່າຍຢ່າງແທ້ຈິງກ່ຽວກັບນະຄອນໃນຊີວິດປະຈຳວັນທີ່ຂ້ອງຄາກັບວຽກງານຫຼາຍຢ່າງ ເນືອງນັນແຕ່ເຕັມໄປດ້ວຍພະລັງຊີວິດ, ຊ້ອນແຝງດ້ວຍບັນດາໄລຍະທາງປະຫວັດສາດຂອງປະເທດຫວຽດນາມ. ຈຸດພິເສດທີ່ສຸດໃນງານວາງສະແດງຄັ້ງນີ້ແມ່ນ ບັນດາພາບຖ່າຍລ້ວນແຕ່ຖືກພິມດ້ວຍເຈ້ຍສາທີ່ນຳໃຊ້ໃນສີລະປະພາບແຕ້ມບູຮານຂອງຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ