ພາລະກອນປ້ອງກັນຄວາມສະຫງົບຂອງ ສປຊ ໄດ້ປ່ອຍຕົວພາຍຫຼັງຖືກລອບຈັບຕົວຢູ່ Yemen ເປັນເວລາ 18 ເດືອນ

(VOVWORLD) - ໃນຈຳນວນພາລະກອນປ້ອງກັນຄວາມສະຫງົບຂອງ ສປຊ 5 ຄົນ, ມີທ່ານ Akam Sofyol Anam, ຜູ້ອຳນວຍການຫ້ອງການປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພຂອງ ສປຊ ຢູ່ Yemen
ພາລະກອນປ້ອງກັນຄວາມສະຫງົບຂອງ ສປຊ ໄດ້ປ່ອຍຕົວພາຍຫຼັງຖືກລອບຈັບຕົວຢູ່ Yemen ເປັນເວລາ 18 ເດືອນ - ảnh 1(ພາບປະກອບຈາກ alarabiyanews)

ວັນທີ 11 ສິງຫາ, ທ່ານ Farhan Haq, ຮອງໂຄສົກຂອງ ສປຊ ໄດ້ປະກາດວ່າ: ພາລະກອນປ້ອງກັນຄວາມສະຫງົບຂອງ ສປຊ 5 ຄົນ, ທີ່ຖືກລອບຈັບຕົວຢູ່ Yemen ກ່ອນນີ້ 18 ເດືອນ, ໄດ້ປ່ອຍຕົວເປັນອິດສະຫຼະແລ້ວ. ໃນແຈ້ງການ, ທ່ານ Haq ໄດ້ຊີ້ແຈ້ງວ່າ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຊົມເຊີຍຂໍ້ຕົກລົງນີ້ ແລະ “ເນັ້ນໜັກການກະທຳລອບຈັບຕົວແມ່ນໂທດກຳໄຮ້ມະນຸດສະທຳ ແລະ ໄຮ້ເຫດຜົນ, ພ້ອມທັງຮຽກຮ້ອງໃຫ້ພວກອາດຊະຍາກຳຕ້ອງຮັບຜິດຊອບ”. ແຕ່ເຖິງຢ່າງໃດກໍ່ຕາມ, ສປຊ ບໍ່ຊີ້ແຈ້ງວ່າຜູ້ໃດໄດ້ປະຕິບັດການລອບຈັບຕົວດັ່ງກ່າວ.

        ໃນຈຳນວນພາລະກອນປ້ອງກັນຄວາມສະຫງົບຂອງ ສປຊ 5 ຄົນ, ມີທ່ານ Akam Sofyol Anam, ຜູ້ອຳນວຍການຫ້ອງການປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພຂອງ ສປຊ ຢູ່ Yemen, ຖືກລອບຈັບຕົວໃນເດືອນ ກຸມພາ ປີ 2022. ໃນເດືອນ ກັນຍາ 2022, ກຸ່ມກໍ່ການຮ້າຍ Al – Qaeda ຢູ່ Yemen ໄດ້ເອົາລົງວິດີໂອ ກ່ຽວກັບເລື່ອງທ່ານ Anam ມີຫຼາຍບັນຫາດ້ານສຸຂະພາບ ຕ້ອງການໜູນຊ່ວຍດ້ານການແພດ. ທ່ານໄດ້ຮຽກຮ້ອງໃຫ້ ສປຊ, ປະຊາຄົມສາກົນ, ບັນດາອົງການມະນຸດສະທຳຕອບສະໜອງບັນດາຄຳຮຽກສິດຂອງກຸ່ມປະຕິບັດການລອບຈັບຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ