ພຽງຢາງ ຮຽກຮ້ອງໃຫ້ ວໍຊິງຕັນ ພິຈາລະນາຄືນບັນດາການຜັນແປຕັ້ງໜ້າໃໝ່ໃນແຫຼມ ເກົາຫຼີ ຢ່າງ ເຂັ້ມງວດ

(VOVWORLD) - ສປປ ເກົາຫຼີ ພວມມານະພະຍາຍາມສ້າງ “ໂລກໃໝ່ແຫ່ງຄວາມຍຸຕິທຳ ແລະ ສັນຕິພາບ, ບໍ່ມີການກະທຳເກາະຜິດ ຫຼື ກໍ່ໃຫ້ເກີດສົງຄາມ”

ວັນທີ 26 ມີນາ, ສປປ ເກົາຫຼີ ຖືວ່າ ນະໂຍບາຍຂອງປະເທດນີ້ແນໃສ່ປັບປຸງການພົວພັນກັບ ສ. ເກົາຫຼີ ພວມໄດ້ຮັບການສະໜັບສະໜູນຢ່າງກ້ວາງຂວາງຈາກປະຊາຄົມສາກົນພ້ອມທັງຮຽກຮ້ອງໃຫ້ ວໍຊິງຕັນ ຍົກເລີກບັນດາມາດຕະການລົງໂທດ ພຽງຢາງ. ກ່າວຄຳເຫັນຕໍ່ສະຫະພັນລັດຖະສະພາສາກົນ (IPU) ຢູ່ ເຊີແນວ, ປະເທດ ສະວິດ, ທ່ານ Ri Jong – hyok, ຮອງປະທານສະພາປະຊາຊົນສູງສຸດ ທັງເປັນຜູ້ອຳນວຍການສະຖາບັນທ້ອນໂຮມປະເທດຊາດເປັນເອກະພາບ ສປປ ເກົາຫຼີ ໃຫ້ຮູ້ວ່າ: ສປປ ເກົາຫຼີ ພວມມານະພະຍາຍາມສ້າງ “ໂລກໃໝ່ແຫ່ງຄວາມຍຸຕິທຳ ແລະ ສັນຕິພາບ, ບໍ່ມີການກະທຳເກາະຜິດ ຫຼື ກໍ່ໃຫ້ເກີດສົງຄາມ”. ທ່ານເນັ້ນໜັກຈະບໍ່ມີຫຍັງສາມາດກີດຂວາງການເຄື່ອນໄຫວການເຈລະຈາລະຫວ່າງ 2 ພາກເກົາຫຼີ ກໍ່ຄືຄາດໝາຍຫັນ ແຫຼມ ເກົາຫຼີ ເປັນເອກະພາບຄືນໃໝ່ໄດ້. ທ່ານ Ri ກໍ່ຮຽກຮ້ອງໃຫ້ ວໍຊິງຕັນ ຄວາມເຂົ້າໃຈເລິກເຊິ່ງຕໍ່ຫລັກໝັ້ນຂອງ ພຽງຢາງ ແລະ ມີ “ການກະທຳຢ່າງເຂັ້ມງວດ” ເພື່ອແນໃສ່ປະກອບສ່ວນເຂົ້າໃນເປົ້າໝາຍຮັກສາສັນຕິພາບ ແລະ ຄວາມສະຖຽນລະພາບໃນແຫຼມ ເກົາຫຼີ.

        ໃນສະພາບການທີ່ກ່ຽວຂ້ອງ, ສະຫະພາບ ເອີລົບ ຢືນຢັນການສະໜັບສະໜູນບັນດາຄວາມມານພະຍາຍາມຂອງ ສ. ເກົາຫຼີ ຄືນໃໝ່ເພື່ອແນໃສ່ຊອກຫາມາດຕະການສັນຕິພາບໃຫ້ແກ່ວິກິດການນິວເຄຼຍ ໃນແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ