ພຽງຢາງກະຕຸກຊຸກຍູ້ວໍຊິງຕັນເຫັນດີຕໍ່ຄຳຖະແຫຼງສິ້ນສຸດສົງຄາມເກົາຫຼີ

(VOVWORLD) -ວັນທີ 09 ສິງຫາ, ອີກຄັ້ງໜຶ່ງສປປ.ເກົາຫຼີ ໄດ້ສະເໜີຕໍ່ຝ່າຍອາເມລິກາ ເຫັນດີຕໍ່ຄຳຖະແຫຼງສິ້ນສຸດສົງຄາມເກົາຫຼີ 1950 – 1953.

ພຽງຢາງກະຕຸກຊຸກຍູ້ວໍຊິງຕັນເຫັນດີຕໍ່ຄຳຖະແຫຼງສິ້ນສຸດສົງຄາມເກົາຫຼີ - ảnh 1

 ປະທານາທິບໍດີອາເມລິກາ ແລະ ການນຳສປປ.ເກົາຫຼີ

(ພາບປະກອບ: Getty)

ໃນບົດວິເຄາະທີ່ລົງໃນໜັງສືພິມ Rodong Sinmun, ອົງການກະບອກສຽງຂອງພັກແຮງານສປປ.ເກົາຫຼີ ໄດ້ຂຽນວ່າ “ຖະແຫຼງການສິ້ນສຸດສົງຄາມເກົາຫຼີ  ແມ່ນຄວາມຮຽກຮ້ອງຂອງຍຸກສະໄໝພວກເຮົາ ແລະ ຈະແມ່ນບາດກ້າວທຳອິດມຸ່ງໄປເຖິງພື້ນຖານສັນຕິພາບ ແລະ ຮັບປະກັນຄວາມໝັ້ນຄົງ”. ຕາມບົດຂຽນແລ້ວ, “ແມ່ນຜິດປົກກະຕິ” ເມື່ອເຫັນປະຈັກຕາເຖິງຄວາມລະແວງສົງໄສ ແລະ ສະພາບເປັນປໍລະປັກກັນລະຫວ່າງສປປ.ເກົາຫຼີ ແລະ ອາເມລິກາ ໃນປະຈຸບັນ. ໜັງສືພິມດັ່ງກ່າວກໍ່ໃສ່ໃຈວ່າ, ເຖິງເວລາແລ້ວຕ້ອງມີການກະທຳມຸ່ງໄປເຖິງເລື່ອງຖະແຫຼງສິ້ນສຸດສົງຄາມນີ້.

        ໃນການພົບປະຂັ້ນສຸດຍອດເມື່ອເດືອນ ເມສາ ຜ່ານມາ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ການນຳສປປ.ເກົາຫຼີ Kim Jong un ໄດ້ເຫັນດີຖະແຫຼງຢຸດຕິສົງຄາມໃນປີ 2018 ນີ້ ຜ່ານບັນດາກອງປະຊຸມ 3 ຝ່າຍລະຫວ່າງສ.ເກົາຫຼີ, ສປປ.ເກົາຫຼີ ແລະ ອາເມລິກາ ຫຼື ບັນດາການປຶກສາຫາລື 4 ຝ່າຍລວມມີ ສ.ເກົາຫຼີ, ສປປ.ເກົາຫຼີ, ອາເມລິກາ ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ