ພໍ່ແມ່ປະຊາຊົນຊາວຄຼິດມີການປະກອບສ່ວນສຳຄັນໃນພາລະກິດພັດທະນາປະເທດຊາດ

(VOVWORLD) - ຕອນເຊົ້າວັນທີ 2 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງ ເຈືອງທິມາຍ ໄດ້ໃຫ້ການຕ້ອນຮັບ ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ
ພໍ່ແມ່ປະຊາຊົນຊາວຄຼິດມີການປະກອບສ່ວນສຳຄັນໃນພາລະກິດພັດທະນາປະເທດຊາດ - ảnh 1 ທ່ານນາງ ເຈືອງທິມາຍ ໄດ້ໃຫ້ການຕ້ອນຮັບ ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ (ພາບ: TTXVN)

ໂດຍຄຸນພໍ່ ເຈິ່ນຊວນແມ້ງ ຮັກສາການປະທານ ທັງເປັນເລຂາທິການໃຫຍ່ ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ ນຳໜ້າ.

        ທີ່ການຕ້ອນຮັບ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ຕີລາຄາວ່າ: ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ ແມ່ນຂົວຕໍ່ສຳຄັນໃນເລື່ອງສ້າງການພົວພັນອັນດີງາມ ລະຫວ່າງ ພໍ່ແມ່ປະຊາຊົນຊາວຄຼິດ ແລະ ທົ່ວລະບົບການເມືອງ. ທ່ານນາງ ເຈືອງທິມາຍ ຢືນຢັນວ່າ: ບັນດາຜົນງານດ້ານເສດຖະກິດ - ສັງຄົມ, ການຮັບປະກັນດ້ານ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງທັງປະເທດໃນປີ 2017 ໄດ້ມີການປະກອບສ່ວນສຳຄັນ ຂອງພໍ່ແມ່ປະຊາຊົນຊາວຄຼິດທີ່ສຸດ.

        ຕາງໜ້າໃຫ້ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ, ຄຸນພໍ່ ເຈິ່ນຊວນແມ້ງ ຢືນຢັນວ່າ: ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ ຈະກາຍເປັນອົງການຈັດຕັ້ງທີ່ເປັນຂົວຕໍ່ລະຫວ່າງສາສະໜາກັບຊີວີດ, ກັບສັງຄົມ; ສືບຕໍ່ລະດົມກຳລັງໃຈໃຫ້ພໍ່ແມ່ປະຊາຊົນຊາວຄຼິດໃນທົ່ວປະເທດ ດຳລົງຊີວິດຢູ່ໃນສິນກິນໃນທຳ, ເປັນພົນລະເມືອງທີ່ດີ, ຮ່ວມເດີນທາງ, ແບ່ງປັນພ້ອມກັບປະເທດຊາດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ