ພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ລາວ ຕ້ອນຮັບບຸນປີໃໝ່ ກ່ອນກຳນົດເວລາ

ພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ລາວ ຕ້ອນຮັບບຸນປີໃໝ່ ກ່ອນກຳນົດເວລາ - ảnh 1
(​ພໍ່​ແມ່​ປະຊາຊົນ​ຫວຽດ​ນາມ ​ອາ​ໄສ​ຢູ່​ລາວ
​ຕ້ອນຮັບ​ບຸນປີ​ໃໝ່​ກ່ອນ​ກຳນົດ​ເວລາ)


(vovworld) -     ​ໃນການ​ຢ້ຽມຢາມ​ລາ​ວ ຫວ່າງ​ແລ້ວ​ນີ້ຄະນະ​ປະຕິບັດງານຂອງຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ໄດ້​ມີ​ການພົບ​ປະ​ແລກປ່ຽນ​ກັບ​ພໍ່​ແມ່​ພີ່ນ້ອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ. ນະ​ທີ່​ນີ້, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ແທງ​ເຊີນ, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ໄ​ດ້ຕີ​ລາຄາ​ສູງ​ບັນດາ​ການ​ອຸທິດ​ສ່ວນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ. ທ່ານ​ຮອງ​ລັດຖະມົນຕີ ກໍ​ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ພໍ່​ແມ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ທີ່ໄດ້​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ການ​ເປັນ​ຢູ່, ສາມັກຄີ​ກັນ​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ, ປະຕິບັດ​ກົດໝາຍ​ຂອງ​ລາວ ​ເປັນ​ຢ່າງ​ດີ, ສຶກສາ​ລຸ່ນລູກ​ລຸ່ນ​ຫຼານຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ ​ແລະ ຍາມ​ໃດ​ກໍ​ອວ່າຍ​ເມືອ​ຫາບ້ານ​ເກີດ​ເມືອງ​ນອນ.

ຂ່າວ/ບົດ​ອື່ນ