ຟື້ນ​ຟູ ເສດ​ຖະ​ກິດ ປີ 2022 ຄວ​ນ​ມີ​ໂຄງ​ການ​ສັງ​ເຂບ

(VOVWORLD) -ໄລຍະຈະມາເຖິງ, ຄວນສືບຕໍ່ຍູ້ແຮງການປະຕິບັດການປະຕິຮູບລະບອບລະບຽບການ ແລະ ປົວແປງສະພາບແວດລ້ອມດຳເນີນທຸລະກິດ.

        ບັນດານັກຊ່ຽວຊານດ້ານເສດຖະກິດ ໄດ້ໃຫ້ຂໍ້ສັງເກດວ່າ, ຄາດວ່າ ປີ 2022 ຍັງມີຄວາມສ່ຽງຊ້ອນແຝງຫຼາຍຢ່າງ ແລະ ຍາກທີ່ຈະຄາດຄະເນໄດ້ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19. ດັ່ງນັ້ນ, ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດໃນເງື່ອນໄຂ “ປົກກະຕິໃໝ່”, ບັນດາວິສາຫະກິດ ແລະ ນັກທຸລະກິດ ຄວນສືບຕໍ່ເສີມຂະຫຍາຍນ້ຳໃຈເປັນເຈົ້າການ, ປະດິດຄິດສ້າງເພື່ອມີມາດຕະການຜ່ານຜ່າຄວາມຫຍຸ້ງຍາກ. ພ້ອມດຽວກັນນັ້ນ, ຄວນມີໂຄງການສັງເຂບສຳລັບການຟື້ນຟູເສດຖະກິດ.

        ທ່ານ ຟານດຶກຫຽວ, ກຳມະການຜູ້ປະຈຳການ, ກຳມາທິການເສດຖະກິດ ສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ ໄລຍະຈະມາເຖິງ, ຄວນສືບຕໍ່ຍູ້ແຮງການປະຕິບັດການປະຕິຮູບລະບອບລະບຽບການ ແລະ ປົວແປງສະພາບແວດລ້ອມດຳເນີນທຸລະກິດ. 

        ປະຊາຄົມວິສາຫະກິດ ພວມຕັ້ງຄວາມຫວັງຈະມີໂຄງການສັງເຂບກ່ຽວກັບການຟື້ນຟູເສດຖະກິດທີ່ມີວິທະຍາສາດ, ແທດເໝາະກັບຄວາມຕ້ອງການ, ເງື່ອນໄຂຂອງວິສາຫະກິດ, ມີຄວາມເປັນໄປໄດ້ສູງ ໂດຍໄວ, ເປັນພື້ນຖານເພື່ອໃຫ້ທ້ອງຖິ່ນ, ຂະແໜງການ ແລະ ວິສາຫະກິດ ສ້າງແຜນການຟື້ນຟູຂອງຕົນ.

      

ຕອບກັບ

ຂ່າວ/ບົດ​ອື່ນ