ຟື້ນຟູ ແລະ ຫັນການຮ່ວມມື 3 ຝ່າຍຍີ່ປຸ່ນ, ສ ເກົາຫຼີ, ຈີນ ເປັນປົກກະຕິ

(VOVWORLD) - ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການໂອ້ລົມທາງໂທລະສັບໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ Park Jin ໃຫ້ຮູ້ວ່າ: ທີ່ການພົບປະ 3 ຝ່າຍ, ສາມປະເທດໄດ້ເຫັນດີ “ຟື້ນຟູ ແລະ ຫັນການຮ່ວມມື 3 ຝ່າຍເປັນປົກກະຕິ”

ວັນທີ 26 ພະຈິກ, ສ ເກົາຫຼີ, ຈີນ, ຍີ່ປຸ່ນ ໄດ້ເຫັນດີເປັນເອກະພາບຍູ້ໄວການກະກຽມຈັດກອງປະຊຸມສຸດຍອດ 3 ຝ່າຍໃນໄວໆນີ້. ແຫຼ່ງຂ່າວໄດ້ຍົກອອກມາ ໃນຂະນະທີ່ທ່ານ Park Jin, ລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ ໄດ້ດຳເນີນກອງປະຊຸມ 3 ຝ່າຍກັບຄູ່ຕຳແໜ່ງ ຈີນ ຫວາງອີ ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ Yoko Kamikawa ຢູ່ນະຄອນ Busan ຂອງປະເທດ ສ ເກົາຫຼີ. ນີ້ແມ່ນການພົບປະຂັ້ນລັດຖະມົນຕີການຕ່າງປະເທດ 3 ຝ່າຍຄັ້ງທຳອິດໃນຮອບເວລາ 4 ປີຜ່ານມາລະຫວ່າງສາມປະເທດນີ້.

        ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການໂອ້ລົມທາງໂທລະສັບໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ Park Jin ໃຫ້ຮູ້ວ່າ: ທີ່ການພົບປະ 3 ຝ່າຍ, ສາມປະເທດໄດ້ເຫັນດີ “ຟື້ນຟູ ແລະ ຫັນການຮ່ວມມື 3 ຝ່າຍເປັນປົກກະຕິ” ; ພ້ອມທັງເຫັນດີເປັນເອກະພາບຊຸກຍູ້ການຈັດກອງປະຊຸມສຸດຍອດລະຫວ່າງການນຳ 3 ປະເທດໃນໄວໆນີ້ ແລະ ມີຄວາມສະດວກໃຫ້ທັງ 3 ຝ່າຍ. ໃນໄລຍະຈະມາເຖິງ, ບັນດາປະເທດຈະຍູ້ໄວວຽກງານກະກຽມໃຫ້ກອງປະຊຸມ. ກໍ່ຕາມທ່ານລັດຖະມົນຕີການຕ່າງປະເທດ Park Jin ແລ້ວ, ສິ່ງສຳຄັນແມ່ນຕ້ອງຫັນການຮ່ວມມື 3 ຝ່າຍເປັນກົນໄກປົກກະຕິ ແລະ ຍືນຍົງ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ຄວນຊອກຫາບັນດາໂຄງການຮ່ວມມືແທດຈິງ ເຊິ່ງ “ປະຊາຊົນ 3 ປະເທດສາມາດຮັບຮູ້ໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ