ຟື້ນ​ຟູ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທ​ດ: ເຊື່ອ​ມ​ຕໍ່​ການ​ທ່ອງ​ທ່ຽວ​ ຂຽວ ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 29 ກັນຍາ, ລາຍການທ່ອງທ່ຽວພາຍໃນປະເທດ, ຟື້ນຟູຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19 ໄດ້ເລີ່ມເຄື່ອນໄຫວຢ່າງເປັນທາງການ ໂດຍໄດ້ຮັບການຕອບສະໜອງຈາກວິສາຫະກິດທ່ອງທ່ຽວຈຳນວນຫຼາຍ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດ.
ຟື້ນ​ຟູ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທ​ດ: ເຊື່ອ​ມ​ຕໍ່​ການ​ທ່ອງ​ທ່ຽວ​ ຂຽວ ຫວຽດ​ນາມ - ảnh 1 ທ່ານ ຫວູເຖບິ່ງ, ຮອງປະທານສະຫະສະມາຄົມທ່ອງທ່ຽວ ຫວຽດນາມ  (ພາບ: VOV)

ດ້ວຍຫົວຂໍ້ “ເຊື່ອມຕໍ່ການທ່ອງທ່ຽວ ຂຽວ ຫວຽດນາມ”, ລາຍການມຸ່ງໄປເຖິງເປົ້າໝາຍ ຜັນຂະຫຍາຍ ວຽກງານໂຄສະນາເຜີຍແຜ່ກ່ຽວກັບການທ່ອງທ່ຽວປອດໄພເພື່ອຟື້ນຟູການທ່ອງທ່ຽວໃນສະພາບການເປັນປົກກະຕິໃໝ່, ກຳນົດວ່າຈະດຳລົງຊີວິດຮ່ວມກັບໂລກລະບາດໂຄວິດ - 19, ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ແຂກທ່ອງທ່ຽວກ່ຽວກັບບັນດາສະຖານທີ່ປອດໄພ. ທ່ານ ຟ້າມວັນຖຸຍ ຮອງຫົວໜ້າກົມໃຫຍ່ ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

        “ວິສາຫະກິດທ່ອງທ່ຽວ ຈະເປັນເສນາທິການພ້ອມກັບອຳນາດການປົກຄອງທ້ອງຖິ່ນ ທີ່ມີບັນດາສະຖານທີ່ທ່ອງທ່ຽວ, ສະຖານທີ່ພັກເຊົາປອດໄພກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຄວາມສະຫງົບປອດໄພ ແລະ ກ່ຽວກັບຊີວິດອິນຊີຂອງແຂກທ່ອງທ່ຽວ. ພວກເຮົາຕ້ອງສ້າງບັນດາຜະລິດຕະພັນອາຫານການກິນ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະເຂດ, ພາກ ແລະ ບັນດາສະຖານທີ່ທ່ອງທ່ຽວເປັນສະເພາະ”.

        ທ່ານ ຫວູເຖບິ່ງ, ຮອງປະທານສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ຫວັງວ່າ ລາຍການດັ່ງກ່າວ ຈະເປີດກາລະໂອກາດໃໝ່ເພື່ອພັດທະນາຂະແໜງທ່ອງທ່ຽວໃນໄລຍະຫຼັງໂລກລະບາດ.


ຕອບກັບ

ຂ່າວ/ບົດ​ອື່ນ