ຟ​ື​້ນ​ຟູ​ການ​ເຄື່ອນ​ໄຫວໂດຍ​ສານ​ຜູ້​ໂດຍ​ສານ ​ທີ່ຈະ​ໄປ/ມາ​ນະ​ຄອນ ດ່າ​ນັງ

(VOVWORLD) - ຕາມນັ້ນແລ້ວ, ບັນດາໜ່ວຍງານດຳເນີນທຸລະກິດຂົນສົ່ງ ໂດຍສານຈະປະຕິບັດຟື້ນຟູ 100% ຈຳນວນການເຄື່ອນໄຫວການຂຸດຄົ້ນຂອງບັນດາພາຫະນະຂົນສົ່ງ ຜູ້ໂດຍສານ ໄປ/ມານະຄອນດ່ານັ້ງ ເພື່ອການເຄື່ອນໄຫວໂດຍສານກັບຄືນສູ່ສະພາບທີ່ເປັນປົກກະຕິ.
ຟ​ື​້ນ​ຟູ​ການ​ເຄື່ອນ​ໄຫວໂດຍ​ສານ​ຜູ້​ໂດຍ​ສານ ​ທີ່ຈະ​ໄປ/ມາ​ນະ​ຄອນ ດ່າ​ນັງ - ảnh 1

ກວດສຸຂະພາບຂອງປະຊາຊົນກ່ອນທີ່ຈະເຂົ້າການຄົມມະນາຄົມ ເພື່ອປ້ອງກັນສະກັດກັ້ນໂລກລະບາດ Covid – 19 (ພາບ: TTXVN)

ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມຫາກໍ່ສົ່ງເອກະສານໄປຍັງກົມໃຫຍ່ທາງບົກຫວຽດນາມ, ບັນດາກົມຄື: ກົມການບິນຫວຽດນາມ, ກົມເສັ້ນທາງລົດໄຟຫວຽດນາມ, ກົມການເດີນທະເລຫວຽດນາມ, ກົທການເດີນທາງນ້ຳພາຍໃນປະເທດຫວຽດນາມ, ບັນດາພະແນກຄົມມະນາຄົມ ແລະ ຂົນສົ່ງ ກ່ຽວກັບການຟື້ນຟູການເຄື່ອນໄຫວຂຸດຄົ້ນບັນດາພາຫະນະໂດຍສານຜູ້ໂດຍສານທີ່ຈະໄປ/ມານະຄອນ ດ່ານັ້ງນັບແຕ່ເວລາ 0 ໂມງຂອງວັນທີ 7 ກັນຍາ 2020 ຈົນກ່ວາຈະມີແຈ້ງການໃໝ່.

        ຕາມນັ້ນແລ້ວ, ບັນດາໜ່ວຍງານດຳເນີນທຸລະກິດຂົນສົ່ງ ໂດຍສານຈະປະຕິບັດຟື້ນຟູ 100% ຈຳນວນການເຄື່ອນໄຫວການຂຸດຄົ້ນຂອງບັນດາພາຫະນະຂົນສົ່ງ ຜູ້ໂດຍສານ ໄປ/ມານະຄອນດ່ານັ້ງ ເພື່ອການເຄື່ອນໄຫວໂດຍສານກັບຄືນສູ່ສະພາບທີ່ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ