ຟີມຮູບ​ເງົາ​ເລື່ອງ​ “ຄວາມ​ສຸກ​ຂອງ​ແມ່” ເປີດ​ສັບ​ປະ​ດາ​ໜັງ​ອາ​ຊຽນ 2020

(VOVWORLD) - ຕອນຄ່ຳວັນທີ 18 ກໍລະກົດ, ຢູ່ສູນສາຍຮູບເງົາແຫ່ງຊາດ (ເຮືອນເລກທີ 87 ລ໊າງຮະ, ເມືອງ ບາດິ່ງ, ຮ່າໂນ້ຍ) ໄດ້ຈັດພິທີເປີດສັບປະດາຟີມຮູບເງົາອາຊຽນ 2020 ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າການນຳກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ, ຜູ້ຕາງໜ້າສະຖານທູດບັນດາປະເທດທີ່ມີ ຟີມຮູບເງົາສາຍໃນສັບປະດາໜັງຄັ້ງນີ້.
ຟີມຮູບ​ເງົາ​ເລື່ອງ​ “ຄວາມ​ສຸກ​ຂອງ​ແມ່” ເປີດ​ສັບ​ປະ​ດາ​ໜັງ​ອາ​ຊຽນ 2020 - ảnh 1ຟີມຮູບເງົາເລື່ອງ “ຄວາມສຸກຂອງແມ່”  (ພາບ: thethaovanhoa.vn

ກ່າວຄຳເຫັນທີ່ພິທີໄຂ, ທ່ານຕະກວາງດົງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ປະທານອະນຸຄະນະກຳມະການໂຄສະນາວັດທະນະທຳ - ຄະນະກຳມະການແຫ່ງຊາດອາຊຽນ 2020 ໄດ້ເໜັ້ນນັກວ່າ: ດ້ວຍເປົ້າໝາຍແນະນຳ ວັດທະນະທຳ, ການດຳລົງຊີວິດ ແລະ ຊາວປະຈຳຖິ່ນຂອງບັນດາປະເທດສະມາຊິກອາຊຽນ, ເພີ່ມທະວີຄວາມຮູ້ເຊິ່ງກັນແລະ ກັນລະຫວ່າງປະຊາຊົນຂອງບັນດາປະເທດໃນພາກພື້ນ

ປະກອບສ່ວນເປີດກ້ວາງການຮ່ວມມືດ້ານເສດຖະກິດ, ການລົງທຶນດ ພັດທະນາການທ່ອງທ່ຽວ. ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ເປັນປະທານຈັດຕັ້ງ ສັບປະດາ ຟີມຮູບເງົາອາຊຽນ 2020 ຢູ່ 3 ນະຄອນໃຫຍ່ - ຊື່ງແມ່ນສະຖານທີ່ຈັດຕັ້ງບັນດາເຫດການສຳຄັນໃນປີເປັນປະທານອາຊຽນ 2020 ຢູ່ ຫວຽດນາມ.

ສັບປະດາ ຟີມຮູບເງົາອາຊຽນ 2020 ມີການເຂົ້າຮ່ວມຂອງບັນດາປະເທດຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ປະເທດເຈົ້າພາບຫວຽດນາມ. ພາຍຫຼັງ ພິທີໄຂ, ຮູບເງົາເລື່ອງ “ຄວາມສຸກຂອງແມ່” ຂອງຫວຽດນາມ ໄດ້ເລືອກເອົາມາສາຍເພື່ອຮັບໃຊ້ບັນດາຜູ້ແທນ ແລະ ປະຊາຊົນນະຄອນຫລວງ.

ຕອບກັບ

ຂ່າວ/ບົດ​ອື່ນ