ຟີລິບປີນ ກາຍເປັນ “ຈຸດເຄັ່ງຮ້ອນ” ໂລກລະບາດ ໂຄວິດ-19 ຢູ່ ອາຊຽນ

(VOVWORLD) -  ໄລ່ຮອດທ້າຍວັນທີ 13 ເມສາ, ບັນດາປະເທດ ອາຊຽນ ມີຜູ້ຕິດໄວຣັດ SARS-CoV-2 20.4000 ຄົນ. ຟີລິບປີນ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 4.932 ຄົນ, ແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອຫລາຍກ່ວາໝູ່ຢູ່ ອາຊຽນ ແລະ ຢືນອັນດັບທີ 2 ກ່ຽວກັບຈຳນວນຜູ້ເສຍຊີວິດແມ່ນ 315 ຄົນ, ຖັດຈາກ ອິນໂດເນເຊຍ. 
ຟີລິບປີນ ກາຍເປັນ “ຈຸດເຄັ່ງຮ້ອນ” ໂລກລະບາດ ໂຄວິດ-19 ຢູ່ ອາຊຽນ - ảnh 1ຟີລິບປີນ ກາຍເປັນ “ຈຸດເຄັ່ງຮ້ອນ” ໂລກລະບາດ ໂຄວິດ-19 ຢູ່ ອາຊຽນ (ພາບ: Reuters )

ວັນທີ 13 ເມສາ, ກະຊວງສາທາລະນະສຸກ ມາເລເຊຍ ກໍ່ປະກາດກວດພົບຜູ້ຕິດເຊື້ອໃໝ່ຕື່ມອີກ 134 ຄົນ, ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ແມ່ນ 4.817 ຄົນ ແລະ ມີ 77 ຄົນເສຍຊີວິດ. ບັນດາປະເທດທີ່ມີຜູ້ຕິດເຊື້ອ ໂຄວິດ-19 ຕ່ຳໃນພາກພື້ນແມ່ນ ມຽນມາ (39 ຄົນ), ລາວ (19 ຄົນ), ບຣູໄນ (136 ຄົນ), ກຳປູເຈຍ (122 ຄົນ)…

ຕອບກັບ

ຂ່າວ/ບົດ​ອື່ນ