ຟີ​ລິບ​ປິນ ຄັດ​ຄ້ານ​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -ກະຊວງການຕ່າງປະເທດ ຟີລິບປິນ ໄດ້ຊີ້ແຈ້ງວ່າ ປະເທດນີ້ ຄັດຄ້ານເລື່ອງ ຈີນຈັດວາງຄຳສັ່ງຫ້າມຫາປາໃນແຕ່ລະປີຢູ່ທະເລຕາເວັນອອກ, ໃນນັ້ນ ມີບໍລິເວນນອນໃນເຂດເສດຖະກິດພິເສດ (EEZ) ຂອງ ຟີລິບປິນ ແລະ ຫວຽດນາມ.
ຟີ​ລິບ​ປິນ ຄັດ​ຄ້ານ​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1

ວັນທີ 31 ພຶດສະພາ, ຟີລິບປິນ ໄດ້ສົ່ງໜັງສືທາງການທູດ ຄັດຄ້ານຕໍ່ເລື່ອງ ຈີນ ຈັດວາງຄຳສັ່ງຫ້າມຫາປາຢູ່ທະເລຕາເວັນອອກຕາມລຳພັງຝ່າຍດຽວ.

     ໃນຖະແຫຼງການດັ່ງກ່າວ, ກະຊວງການຕ່າງປະເທດ ຟີລິບປິນ ໄດ້ຊີ້ແຈ້ງວ່າ ປະເທດນີ້ ຄັດຄ້ານເລື່ອງ ຈີນຈັດວາງຄຳສັ່ງຫ້າມຫາປາໃນແຕ່ລະປີຢູ່ທະເລຕາເວັນອອກ, ໃນນັ້ນ ມີບໍລິເວນນອນໃນເຂດເສດຖະກິດພິເສດ (EEZ) ຂອງ ຟີລິບປິນ ແລະ ຫວຽດນາມ.

     ກະຊວງການຕ່າງປະເທດ ຟີລິບປິນ ກໍຄັດຄ້ານເລື່ອງ ກຳປັ່ນຕຳຫຼວດທະເລຂອງ ຈີນ ກໍ່ຄວາມຫຍຸ້ງເຫຍືອງ ແລະ ລ່ວງລໍ່າອຳນາດສານຂອງປະເທດນີ້. ມານີລາ ກ່າວຫາ ປັກກິ່ງ ກໍ່ກວນຕໍ່ການເຄື່ອນໄຫວຄົ້ນຄວ້າວິທະຍາສາດທະເລ ແລະ ການເຄື່ອນໄຫວສຳຫຼວດນ້ຳມັນອາຍແກັດ ຢູ່ສອງບໍລິເວນທີ່ນອນໃນເຂດເສດຖະກິດພິເສດຂອງ ຟີລິບປິນ.

ຕອບກັບ

ຂ່າວ/ບົດ​ອື່ນ