ຟິລິບປິນ ຊົມເຊີຍ ທ່ານ ເລເລືອງມິນ ເລຂາທິການໃຫຍ່ຄົນ ໃໝ່ ຂອງອາຊຽນ

ຟິລິບປິນ ຊົມເຊີຍ ທ່ານ ເລເລືອງມິນ ເລຂາທິການໃຫຍ່ຄົນ ໃໝ່ ຂອງອາຊຽນ - ảnh 1
ທ່ານ ເລເລືອງມິນ, ເລຂາທິການໃຫຍ່ ອາຊຽນ ຄົນໃໝ່

(vovworld) - ລັດຖະມົນຕີ​ການ​ຕ່າງປະ​ເທດ ຟິລິບ​ປິນ, ທ່ານ Albert del Rosario ​ໄດ້​ກ່າວ​ສະ​ແດງ​ຄວາມຊົມ​ເຊີຍ​ທ່ານ ​ເລ​ເລືອ​ງມິນ (Le Luong Minh) ​ດຳລົງ​ຕຳ​ແໜ່​ງເລຂາທິການ​ໃຫຍ່​ຂອງ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ ອາຊີ ຕາ​ເວັນ​ອອກສຽງ​​ໃຕ້ (ຫຼື ອາ​ຊຽນ). ທ່ານ Rosario ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່ບົດບາດ​ຂອງ​ການ​ນຳ​ອາ​ຊຽນຄົນ​ໃໝ່, ທ່ານ ​ເລ​ເລືອ​ງມິນ, ​ແມ່ນ​ຊາວ​ຫວຽດນາມ ຜູ້​ທຳ​ອິດ​ເປັນ​ເລຂາທິການ​ໃຫຍ່​ອາ​ຊຽນ, ພ້ອມ​ທັງ​ເປັນ​ນັກ​ການ​ທູດ​ອາວຸ​ໂສ, ມີ​ຄວາມຊຳນານ​ງານ​ໃນ​ບັນດາ​ບັນຫາ​ສາກົນ. ທ່ານ Rosario ​ເນ​ັ້ນໜັກວ່າການ​ປ່ຽນ​ການ​ນຳ​ໃນ​ຈຸດ​ເວລາ ອາ​ຊຽນ ພວມ​ປະສົບ​ບັນດາ​ການ​ທ້າ​ທາຍ​ໃນ​ການສ້າງ​ຄວາມ​ເປັນເອກະພາບໃນບາງບັນຫາສຳຄັນຂອງພາກພື້ນ ແຕ່ ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າດ້ວຍຄວາມ​ຮູ້​ຄວາມ​ສາມາດ ແລະ ລະດັບວິຊາຊີບທີ່ດີ​ຂອງ​ຕົນ ທ່ານ ເລເລືອງມິນ ຈະ​​​ແກ້​ໄຂໄດ້ບັນດາການທ້າທາຍຂອງ ອາຊຽນ ເມື່ອ 10 ປະເທດສະມາຊິກພ້ອມກັນເຮັດວຽກມຸ້ງໄປເຖິງການສ້າງຕັ້ງປະຊາຄົມມີພື້ນຖານການ​ເມືອງສະໜິດຕິດພັນ, ເສດຖະກິດເຊື່ອມໂຍງ ແລະ ມີ​ຄວາມຮັບຜິດຊອບຕໍ່ສັງຄົມ.

ກ່ອນໜ້ານັ້ນ, ວັນທີ 1/1/2013, ທ່ານ ເລເລືອງມິນ ສະບາ​ນຕົວ​ເຂົ້າ​ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ໝູນວຽນຂອງ ອາຊຽນ ອາຍຸການ 5 ປີ

ຂ່າວ/ບົດ​ອື່ນ