ຟີລິບປິນ ປະກາດຖານທີ່ໝັ້ນດ້ານການທະຫານສຳຄັນໃໝ່ 4 ແຫ່ງທີ່ ອາເມລິກາ ມີສິດສຳຜັດ

(VOVWORLD) -ບັນດາຖານທີ່ໝັ້ນດັ່ງກ່າວໄດ້ຮັບການຕີລາຄາວ່າມີທີ່ຕັ້ງຍຸດທະສາດສຳຄັນ ຊ່ວຍເພີ່ມກຳລັງຮັບມືກັບໄພພິບັດຂອງປະເທດຊາດ
ຟີລິບປິນ ປະກາດຖານທີ່ໝັ້ນດ້ານການທະຫານສຳຄັນໃໝ່ 4 ແຫ່ງທີ່ ອາເມລິກາ ມີສິດສຳຜັດ - ảnh 1(ພາບປະກອບ: ABCNews)

        ວັນທີ 03 ເມສາ, ຟີລິບປິນ ໄດ້ປະກາດຖານທີ່ໝັ້ນດ້ານການທະຫານສຳຄັນໃໝ່ 4 ແຫ່ງຕື່ມອີກທີ່ ອາເມລິກາ ມີສິດສຳຜັດ, ເພີ່ມຂຶ້ນທົບ 2 ເທົ່າຈຳນວນຖານທີ່ໝັ້ນໃນຂໍ້ຕົກລົງດ້ານປ້ອງກັນຊາດ ເພື່ອແນໃສ່ຊຸກຍູ້ການພົວພັນສຳພັນທະມິດ ອາເມລິກາ - ຟີລິບປິນ (EDCA). ບັນດາຖານທີ່ໝັ້ນທີ່ໄດ້ປະກາດລວມມີ: ຖານທີ່ໝັ້ນທະຫານເຮືອ Camilo Osias ຢູ່ Sta Ana ແລະ ສະໜາມບິນ Lal-lo, ທັງ 2 ແຫ່ງນີ້ລ້ວນແຕ່ຢູ່ແຂວງ Cagayan; ຖານທີ່ໝັ້ນ Melchor Dela Cruz ຢູ່ Gamu ຂຶ້ນກັບແຂວງ Isabela ແລະ ອີກຖານທີ່ໝັ້ນແຫ່ງໜຶ່ງຂຶ້ນກັບແຂວງ Palawan. ບັນດາຖານທີ່ໝັ້ນດັ່ງກ່າວໄດ້ຮັບການຕີລາຄາວ່າມີທີ່ຕັ້ງຍຸດທະສາດສຳຄັນ ຊ່ວຍເພີ່ມກຳລັງຮັບມືກັບໄພພິບັດຂອງປະເທດຊາດ, ກໍຄື ສວມບົດບາດສຳຄັນຕໍ່ບັນດາບັ້ນກູ້ໄພກູ້ຊີບມະນຸດສະທຳ ເມື່ອເກີດເຫດໄພພິບັດທຳມະຊາດ ແລະ ສະພາບການສຸກເສີນ.

        ກ່ອນໜ້ານັ້ນ, ສະຖານທູດ ຈີນ ປະຈຳ ມານີລາ ກໍ່ໄດ້ຕຳໜິຕິຕຽນຂໍ້ຕົກລົງການທະຫານເປີດກວ້າງລະຫວ່າງ ອາເມລິກາ ແລະ ຟີລິບປິນ, ເອີ້ນນັ້ນແມ່ນ “ສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມຂອງ ອາເມລິກາ ເພື່ອປິດລ້ອມ ແລະ ຈຳກັດ ຈີນ ຜ່ານສຳພັນທະມິດການທະຫານກັບ ຟີລິບປິນ”.

ຕອບກັບ

ຂ່າວ/ບົດ​ອື່ນ