ຟີລິບປິນ - ສິງກະໂປ ໃຫ້ຄຳໝັ້ນສັນຍາແກ້ໄຂບັນດາການຂັດແຍ້ງກັນໃນການເດີນເຮືອຢູ່ທະເລຕາເວັນອອກໂດຍສັນຕິວິທີ

(VOVWORLD) - ຟີລິບປິນ ປາດຖະໜາຢາກຢືນຢັນຄືນໃໝ່ຄຳໝັ້ນສັນຍາໃນການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ
ຟີລິບປິນ - ສິງກະໂປ ໃຫ້ຄຳໝັ້ນສັນຍາແກ້ໄຂບັນດາການຂັດແຍ້ງກັນໃນການເດີນເຮືອຢູ່ທະເລຕາເວັນອອກໂດຍສັນຕິວິທີ - ảnh 1ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr. ແລະ ທ່ານປະທານາທິບໍດີ ສິງກະໂປ Tharman Shanmugaratnam
(ພາບ: ຫ້ອງວ່າການປະທານາທິບໍດີ ຟີລິບປິນ)

        ວັນທີ 15 ສິງຫາ, ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr. ແລະ ທ່ານປະທານາທິບໍດີ ສິງກະໂປ Tharman Shanmugaratnam, ໄດ້ຢືນຢັນຄືນໃໝ່ການແກ້ໄຂບັນດາການຂັດແຍ້ງກັນໃນການເດີນເຮືອຢູ່ທະເລຕາເວັນອອກໂດຍສັນຕິວິທີ ຕາມກົດໝາຍສາກົນ. ຖະແຫຼງການໄດ້ຍົກອອກມາພາຍຫຼັງ 2 ຝ່າຍດຳເນີນກອງປະຊຸມ 2 ຝ່າຍຢູ່ Malacañang, ໃນຂອບເຂດການຢ້ຽມຢາມ ມານີລາ ຂອງທ່ານປະທານາທິບໍດີ ສິງກະໂປ.

        ທ່ານປະທານາທິບໍດີ ຟີລິບປິນ ເນັ້ນໜັກວ່າ, ດ້ວຍຖານະເປັນ “ບັນດາປະເທດຖານບ້ານໃກ້ເຮືອນຄຽງດ້ານພູມສາດ” ຢູ່ ອາຊີຕາເວັນອອກສ່ຽງໃຕ້ແລ້ວ, ທະເລຕາເວັນອອກ ມີຄວາມໝາຍສຳຄັນສຳລັບທັງ 2 ປະເທດ. ສະນັ້ນ, ຟີລິບປິນ ປາດຖະໜາຢາກຢືນຢັນຄືນໃໝ່ຄຳໝັ້ນສັນຍາໃນການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ກໍຄືການສະໜັບສະໜູນຢ່າງແຮງໃນການແກ້ໄຂທຸກການຂັດແຍ້ງກັນໂດຍສັນຕິວິທີ.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ສິງກະໂປ ໄດ້ຢືນຢັນຫຼັກໝັ້ນຂອງປະເທດນີ້ກ່ຽວກັບບັນດາການຂັດແຍ້ງກັນຢູ່ເຂດທະເລຕາເວັນອອກ, ປົກປ້ອງສິດເສລີໃນການເດີນເຮືອ ແລະ ການບິນຂອງທຸກໆປະເທດ ໂດຍອີງໃສ່ກົດໝາຍສາກົນທີ່ໄດ້ສ້າງຂຶ້ນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ຕອບກັບ

ຂ່າວ/ບົດ​ອື່ນ