ຟີລິບປິນ ຮັບຕຳແໜ່ງເປັນ ຮອງເລຂາທິການໃຫຍ່ອາຊຽນ

ຟີລິບປິນ ຮັບຕຳແໜ່ງເປັນ ຮອງເລຂາທິການໃຫຍ່ອາຊຽນ - ảnh 1
(ພາບ: vietnamplus.vn)

(TTX) -     ທ່ານ​ນາງ Alicoa Dela Rosa Bala, ຊາວຟີ​ລິບ​ປິນ ​ຈະ​ຮັບ​ຕຳ​ແໜ່​ງ​ເປັນຮອງ​ເລຂາທິການ​ໃຫຍ່​ອາ​ຊຽນ ຮັບ​ຜິດ​ຊອບປະຊາ​ຄົມ​ວັດທະນະທຳ​ສັງຄົມ​ອາ​ຊຽນ​ໃນ ອາ​ຍຸ​ການ​ໃໝ່ 3 ປີ, ປ່ຽນ​ແທນ​ທ່ານ Dato Misran Karmain ຊາວມາ​ເລ​ເຊຍ. ສະພາ​ປະສານ​ງານ​ອາ​ຊຽນ ​ໄດ້​ຮັບຮອງ​ເອົາ​ການ​ບົງ​ຕົວທ່າ​ນນາງ Alicoa Dela Rosa Bala ຮັບ​ຕຳ​ແໜ່​ງ​ເປັນຮອງ​ເລຂາທິການ​ໃຫຍ່​ອາ​ຊຽນ ​ແລະ ທ່ານ​ນາງ​ຈະດຳລົງ​ຕຳ​ແໜ່​ງ​ໃນ​ອາທິດ​ນີ້. ຕາມ​ກົດ​ບັດ​ຂອງ​ອາ​ຊຽນ, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ຮອງ​​ເລຂາ​ທິການ​ໃຫຍ່ 4 ທ່ານ ທີ່​ມາ​ຈາກ 4 ປະ​ເທດ​ສະມາຊິກ​​ແຕກ​ຕ່າງ​ກັນ  ​ແລະ ຕ່າງ​ກັບ​ເລຂາທິການ​ໃຫຍ່, ​ໃນ​ນັ້ນ​ຮອງ​ເລຂາທິການ​ໃຫຍ່​ 2 ທ່ານໂດຍ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ບົງ​ຕົວ​ດ້ວຍມີ​ອາ​ຍຸການ 3 ປີບໍ່ມີ​ການຕໍ່​ເວລາ, ຮອງ​ເ​ລ​ເຂາ​ທິການ​ໃຫຍ່ 2 ທ່ານ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຢ່າງ​​ເປີດ​ເຜີຍ, ດ້ວຍອາ​ຍຸການ 3 ປີ, ​ແຕ່​ສາມາດ​ຕໍ່​ກຳນົດ​ເວລາ​ຕາມ​ໝາກຜົນ​ຂອງ​ວຽກ​ງານ​.

ຂ່າວ/ບົດ​ອື່ນ