ຟີ​ລິບ​ປິນ ຮຽກ​ຮ້ອງ​ໃຫ້​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໃນກອງ​ປະ​ຊຸມ​ສຸດຍອດ​ຕ່າງໆ​ຂອງ ອາ​ຊຽນ

(VOVWORLD) - ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 – 39  ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຖືກດຳເນີນຕາມຮູບການທາງໄກ, ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte ຮຽກຮ້ອງໃຫ້ ສາມັກຄີກັນ, ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.
ຟີ​ລິບ​ປິນ ຮຽກ​ຮ້ອງ​ໃຫ້​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໃນກອງ​ປະ​ຊຸມ​ສຸດຍອດ​ຕ່າງໆ​ຂອງ ອາ​ຊຽນ - ảnh 1ທ່ານ ປະທານາທິບໍດີ ຟີລິບປິນ Rodrigo Duterte (ພາບ: ວັງປະທານາທິບໍດີ)

ໃນບົດກ່າວປາໄສໃນວັນທີ 26 ຕຸລາ, ທ່ານ ປະທານາທິບໍດີ ຟີລິບປິນ Rodrigo Duterte ເນັ້ນໜັກວ່າ ອາຊຽນ ຄວນສືບຕໍ່ເດີນຕາມເສັ້ນທາງທີ່ສອດຄ່ອງກັບກົດໝາຍສາກົນ, ລວມທັງຄຳຕັດສິນຂອງສານອະນຸຍາໂຕຕຸລາການ ປີ 2016 ແລະ ເອກະສານທີ່ເຮັດໃຫ້ການຮຽກທວງສິດຂອງ ຈີນ ຢູ່ເຂດທະເລທີ່ຂັດແຍ້ງກັນໝົດຜົນສັກສິດ.

        ອີກຄັ້ງໜຶ່ງ, ທ່ານປະທານາທິບໍດີ Duterte ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ຟີລິບປິນ ໃນການຊ່ວຍສ້າງສຳເລັດກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ ແລະ ແທດຈິງ ຢູ່ເຂດທະເລທີ່ຂັດແຍ້ງກັນ. ກ່ຽວຂ້ອງເຖິງຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ການນຳ ຟີລິບປິນ ຮຽກຮ້ອງໃຫ້ບັນດາປະເທດ ຫັນຄຳໝັ້ນສັນຍາໃຫ້ເປັນການກະທຳລະອຽດເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈທີ່ໄດ້ເພີ່ມພູນຄູນສ້າງມາຫຼາຍປີ.

        ເຮືອງຈ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ