ຟິລິບປິ່ນ ແລະ ອາເມລິກາ ຈະເພີ່ມທະວີບັນດາການເຄື່ອນໄຫວດ້ານການທະຫານຮ່ວມໃນປີ 2019

(VOVWORLD) -ວັນທີ 28 ກັນຍາ, ກອງທັບຟິລິບປິ່ນ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບລວມຂອງກໍາລັງດັ່ງກ່າວ ກັບ ບັນດາກໍາລັງຂອງ ອາເມລິກາ, ລວມມີ ບັນດາການຝຶກຊ້ອມສູ້ຮົບປະຈໍາປີ ຈະເພີ່ມຂຶ້ນໃນປີ 2019. 

ທ່ານພັນເອກ Noel Detoyato ໂຄສົກກອງທັບ ຟິລິບປິ່ນ ເນັ້ນໜັກວ່າ ເພື່ອສະແດງໃຫ້ເຫັນເຖິງການພົວພັນທີ່ໝັ້ນຄົງ ລະຫວ່າງສອງປະເທດ ສໍາພັນທະມິດ, ບັນດາເຈົ້າໜ້າທີ່ການທະຫານແຖວໜ້າຂອງອາເມລິກາ ແລະ ຟິລິບປິ່ນ ໄດ້ເຫັນດີເປັນເອກະພາບເພີ່ມທະວີບັນດາການເຄື່ອນໄຫວຮ່ວມໃນປີ 2019 ໃນບັນດາຂົງເຂດຕ້ານການກໍ່ການຮ້າຍ, ຄວາມໝັ້ນຄົງໃນການເດີນເຮືອ, ການໜູນຊ່ວຍມະນຸດສະທໍາ ຂຶ້ນເຖິງ 281 ການເຄື່ອນໄຫວ.

        ກ່ອນໜ້ານັ້ນ, ວັນທີ 27 ກັນຍາ, ຫົວໜ້າເສນາທິການໃຫຍ່ກອງທັບ ຟິລິບປິ່ນ, ນາຍພົນ Carlito Galvez ແລະ ພົນເຮືອເອກ Philip Davidson ຜູ້ບັນຊາກອງບັນຊາການ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງອາເມລິກາ ໄດ້ເປັນປະທານຮ່ວມກອງປະຊຸມປະຈໍາປີຂອງບັນດາກໍາລັງທະຫານປະສົມ ຢູ່ ສໍານັກງານກອງບັນຊາການທະຫານ ຟິລິບປິ່ນ ທີ່ ມານີລາ.


ຕອບກັບ

ຂ່າວ/ບົດ​ອື່ນ