ຟີລິບປີນກ່າວຫາຈີນກໍ່ສ້າງເກາະທຽມຢ່າງປິດລັບ

ຟີລິບປີນກ່າວຫາຈີນກໍ່ສ້າງເກາະທຽມຢ່າງປິດລັບ - ảnh 1
ຫາດດອນ​ຫີນ Scarborough

(vovworld) – ວັນ​ທີ 7/9, ຟີ​ລິ​ບປິນ ​ໄດ້​ປະກາດ​ບັນດາ​ຮູບ​ພາບ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ ​ເລີ່​ມກໍ່ສ້າງ​ເກາະ​ທຽມ​ຢູ່ ຫາດດອນ​ຫີນ Scarborough ​ທີ່​ພວມ​ມີ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກຢ່າງ​ປິດ​ລັບ. ບັນດາ​ຮູບ​ພາບ​ດັ່ງກ່າວ​ໄດ້​ຖ່າຍ​ຈາກ​ບັນດາ​ກຳ່​ປັ່ນ​ຂອງ ຈີນ ຊຶ່ງ ຟີ​ລິບ​ປິນ ​ຖື​ວ່າ​ອາດ​ຈະ​ແມ່ນ​ການ​ຂຸດ​​ເອົາ​ຂີ້​ຊາຍ ກໍ່ຄື​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ອື່ນໆ​ເພື່ອ​ແນ​ໃສ່​ກໍ່ສ້າງ​ເກາະ​ທຽ​ມຢູ່​ຫາດດອນ​ຫີນ Scarborough. ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟີ​ລິບ​ປິນ Arsenio Andolong ​ໃຫ້​ຮູ້​ວ່າ: ຟີ​ລິບ​ປິນ ພວມ​ສືບ​ຕໍ່​ຕິດຕາມ​ການ​ຜັນ​ແປ “ທີ່​ວິຕົກ​ວັງ​ວົນ​” ນີ້.

        ບັນດາ​ຮູບ​ພາບ​ນີ້​ໄດ້​ປະກາດ​ກ່ອນ​ທີ່​ດຳ​ເນີນ​ບັນດາ​ການ​ພົບ​ປະລະ​ຫວ່າງ​ບັນດາ​ການ​ນຳ ອາ​ຊຽນ ກັບ​ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽງ ຢູ່​ລາວ, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ອື່ນໆ.


ຂ່າວ/ບົດ​ອື່ນ