ຟີລິບ​ປິນ​ຄັດ​ຄ້ານ​ການ​ກະ​ທຳ​ເກາະຜິດ​ຂອງຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -ວັນທີ 8 ເມສາ, ກະຊວງການຕ່າງປະເທດຟີລິບປິນໄດ້ອອກຖະແຫຼງການສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຂ່າວທີ່ວ່າ ເຮືອຫາປາຫວຽດນາມຖືກກ່ຳປັ່ນຈີນ ຕຳໃຫ້ຈົມນ້ຳຢູ່ທະເລຕາເວັນອອກໃນວັນທີ 3 ເມສາທີ່ຜ່ານມາ.
ຟີລິບ​ປິນ​ຄັດ​ຄ້ານ​ການ​ກະ​ທຳ​ເກາະຜິດ​ຂອງຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ກະຊວງການຕ່າງປະເທດ ຟີລິບປິນ (ພາບ: CNN) 

ກະຊວງການຕ່າງປະເທດ ຟີລິບປິນຢັ້ງຢືນວ່າການຮັກສາສັນຕິພາບແລະສະຖຽນລະພາບຢູ່ທະເລຕາເວັນອອກແມ່ນຈຳເປັນແລະບັນດາໄພອັນຕະລາຍຄືແນວນັ້ນຈະເຮັດໃຫ້ການພົວພັນອັນເລິກເຊິ່ງແລະຄວາມໄວ້້ເນື້ອເຊື່ອໃຈລະຫວ່າງອາຊຽນແລະຈີນຫຼຸດໜ້ອຍຖອຍລົງ.

        ຖະແຫຼງການກໍ່ຊີ້ແຈ້ງວ່າ: ບົນເນື້ອໃນຈິດໃຈຂອງບັນດາການປຶກສາຫາລືຢ່າງຕັ້ງໜ້າກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ສິ່ງສຳຄັນທີ່ສຸດແມ່ນບັນດາຝ່າຍຕ້ອງຫຼີກລ້ຽງບັນດາການກະທຳຄືແນວນັ້ນ. ບັນດາຄວາມບໍ່ລົງລອຍກັນ, ຄວາມແຕກຕ່າງກັນລະຫວ່າງບັນດາຝ່າຍ ຄວນໄດ້ຮັບການແກ້ໄຂຜ່ານບັນດາການເຈລະຈາໂດຍອີງໃສ່ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ.

        ໃນສະພາບການທະເລຕາເວັນອອກເກີດບັນດາການຜັນແປຢ່າງສັບສົນ, ທ່ານປະລິນຍາເອກ Gerhard Will ນັກຊ່ຽວຊານກ່ຽວກັບທະເລຕາເວັນອອກຊາວເຢຍລະມັນຖືວ່າຈີນຄວນຍົກເລີກບັນດາການກະທຳຫັນເປັນການທະຫານຢູ່ທະເລຕາເວັນອອກ, ຈົ່ງສະແດງໃຫ້ເຫັນຄວາມກຽມພ້ອມແລະຄວາມອາດສາມາດຮ່ວມມືໃນຂົງເຂດຄວາມໝັ້ນຄົງ, ເສດຖະກິດບົນພື້ນຖານຄວາມສະເໝີພາບແລະປະຕິບັດຢ່າງຖືກຕ້ອງຕາມກົດໝາຍສາກົນ.

        ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານປະລິນຍາເອກ Gerhard Will ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC),ຖືວ່າການເຈລະຈາ COC ສວມບົດບາດສຳຄັນໃນການແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກ.

        ນັກຊ່ຽວຊາຍເຢຍລະມັນທ່ານນີ້ ໄດ້ຊີ້ແຈ້ງວ່າອາຊຽນສວມບົດບາດສຳຄັນໃນການເຈລະຈາ COC ແລະສິ່ງທີ່ສຳຄັນແມ່ນບັນດາປະເທດອາຊຽນຕ້ອງມີຄວາມສາມັກຄີກັນໃນບັນຫານີ້. ທ່ານກໍ່ຖືວ່າອາຊຽນຕ້ອງສ້າງລະບົບນະໂຍບາຍຄວາມໝັ້ນຄົງໃຫ້ຍືນຍົງ, ໃນນັ້ນມີການເຂົ້າຮ່ວມບໍ່ພຽງແຕ່ບັນດາປະເທດອາເມລິກາ, ຈີນເທົ່ານັ້ນຫາກຍັງມີການເຂົ້າຮ່ວມຂອງບັນດາປະເທດຍີ່ປຸ່ນ, ອົດສະຕາລີແລະອິນເດຍອີກດ້ວຍ.

        ທ່ານປະລິນຍາເອກ Gerhard Will ກໍ່ຕີລາຄາວ່າຄຳຕັດສິນຂອງສານອະນຸຍາໂຕຕຸລາການ(PCA) ໃນການຮ້ອງຟ້ອງຂອງຟີລິບປິນແມ່ນເອກະສານກົດໝາຍສາກົນສຳຄັນ, ສະແດງໃຫ້ເຫັນຢ່າງຈະແຈ້ງຕໍ່ລັກສະນະຜິດກົດໝາຍຂອງສິ່ງທີ່ເອີ້ນວ່າ “ເສັ້ນ 9 ຕອນ” ຂອງຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ