ຟິລິບປິນຊຸກຍູ້ຂໍ້ຕົກລົງແບ່ງປັນສິດອຳນາດກັບ MILF

ຟິລິບປິນຊຸກຍູ້ຂໍ້ຕົກລົງແບ່ງປັນສິດອຳນາດກັບ MILF - ảnh 1
ບັນດາມືປືນຂອງແນວ​ໂຮມ​ປົດ​ປ່ອຍຊາດ Moro
(ພາບ: philippinenews.com)

(vovworld) – ວັນ​ທີ 9/10, ​ໂຄສົກ​ຂອງ​ທ່ານ​ປະທານາທິບໍດີ ຟິລິບ​ປິນ ​ໃຫ້​ຮູ້​ວ່າ: ທ່ານ​ປະທານາທິບໍດີ Benigno Aquino ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ບັນດາ​ນັກ​ເຈລະຈາ​ສັນຕິພາບ​ຂອງ​ລັດຖະບານ​ຊອກ​ຫາ​ວິທີ​ບັນລຸ​ໄດ້​ຂໍ້​ຕົກລົງ​ກັບ​ແນວ​ໂຮມ​ປົດ​ປ່ອຍຊາດ Moro (MILF). ຄຳ​ສັ່ງ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ສະພາບ​ການ​ຮອບ​ເຈລະ​ຈາທາ​ບທາມຢ່າງ​ເປັນ​ທາງການ​ຄັ້ງ​ທີ 41 ລະຫວ່າງ​ລັດຖະບານ ຟິລິບ​ປິນ ​ແລະ MILF ​ໄດ້​ຮັບ​ການ​ເຊື່ອ​ມຕໍ່​ຢູ່ ມາ​ເລ​ເຊຍ, ປະ​ເທດ​​ໄກ​ເກ່ຍ​ໃນ​ການ​ເຈລະຈາ​ນີ້. ​ໂຄສົກ​ຂອງ​ປະທານາທິບໍດີ ຟິລິບ​ປິນ, ທ່ານ Edwin Lacierda ​ໃຫ້​ຮູ້​ວ່າ: ລັດຖະບານ ຟິລິບ​ປິນ ​ເຊື່ອ​ໝັ້ນ​ວ່າ: ອາດ​ຈະ​ເຊັນ​ຂໍ້​ຕົກລົງ​ຮອບດ້ານ​ກັບ MILF - ​ເຊິ່ງ​ແມ່ນ​ກຸ່ມ​ປະກອບ​ອາວຸດ​ອິດສະ​ລາມ​ໃຫຍ່​ທີ່​ສູ​ດຢູ່​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ