ຟີລິບປິນຍັງຮັກສາການພົວພັນດ້ານເສດຖະກິດກັບອາເມລິກາ

ຟີລິບປິນຍັງຮັກສາການພົວພັນດ້ານເສດຖະກິດກັບອາເມລິກາ - ảnh 1
ທ່ານ Ramon Lopez, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ຟີ​ລິບ​ປິນ 
(ພາບ: ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ//TTXVN)

(vovworld) – ພາຍຫຼັງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Rodrigo Duterte ອອກຖະ​ແຫລງ “ແບ່ງ​ແຍກ” ກັບ​ວໍ​ຊິງ​ຕັນ ໜຶ່ງວັນ, ວັນ​ທີ 21/10, ທ່ານ Ramon Lopez, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ຟີ​ລິບ​ປິນ ຢັ້ງ​ຢືນ​ວ່າ: ປະ​ເທດນີ້​ຈະ​ຮັກ​ສາ​ບັນ​ດາ​ການ​ພົວ​ພັນ​ດ້ານ​ການ​ຄ້າ ແລະ ເສດ​ຖະ​ກິດ​ກັບ ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ຕໍ່​ຊ່ອງ​ໂທ​ລະ​ພາບ CNN ຟີ​ລິບ​ປິນ ​ເມື່ອ​ຮ່ວມ​ເດີນ​ທາງໄປຢ້ຽມ​ຢາມ ຈີນ​ ​ພ້ອມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ Duterte, ທ່ານ​ລັດ​ຖະ​ມົນ​ຕີ Lopez ອະ​ທິ​ບາຍ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ຄາດ​ວ່າ​ຈະ​ເນັ້ນ​ໜັກ​ເຖິງ​ຄວາມ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ຈີນ ແລະ ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ແທນ​ທີ່​ຕ້ອງ​ຂຶ້ນ​ກັບແຕ່ຝ່າຍ​ດຽວ.

        ​ກ່ອນ​ໜ້ານັ້ນ, ກ່າວ​ຄຳ​ເຫັນ​ຢ​ູ່​ປັກ​ກິ່ງ, ວັນ​ທີ 20/10, ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ຈີນຢ່າງ​ເປັນ​ທາງ​ການ, ທ່ານ​ ປະ​ທາ​ນາ​ທິ​ບໍ​ດີ Duterte ​ໄດ້​ອອກຖະ​ແຫຼງ “ແບ່ງ​ແຍກ” ​ ອອກ​ຈາກ ອາ​ເມ​ລິ​ກາ ແລະ ຮ່ວມ​ມື​ກັບ ຈີນ ໃນ​ສະ​ພາບ​ການ​ທີ່ ມານ​ີ​ລາ ແລະ ປັກ​ກິ່ງ ເຫັນ​ດ​ີ​ເປັນ​ເອ​ກະ​ພາບ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຜ່ານ​ການ​ເຈ​ລະ​ຈາ.


ຂ່າວ/ບົດ​ອື່ນ