ຟີລິບປິນມີແຜນການຕິດຕັ້ງລະບົບຕິດຕາມກວດກາບັນດາຖ້ຽວບິນພົນລະເຮືອນຢູ່ທະເລຕາເວັນອອກ

ຟີລິບປິນມີແຜນການຕິດຕັ້ງລະບົບຕິດຕາມກວດກາບັນດາຖ້ຽວບິນພົນລະເຮືອນຢູ່ທະເລຕາເວັນອອກ - ảnh 1
ເຮືອບິນຂອງ ຈີນ ຢູ່ສະໜາມບິນຖືກ ຈີນກໍ່ສ້າງຜິດກົດໝາຍໃນເຂດດອນຫິນ ຈື໋ເທີບ
(ພາບ: ສຳນັກຂ່າວສານ ຊິນຮາວ)

(vovworld) –  ຟີ​ລິບ​ປິນ ມີ​ແຜນການ​ຕິດ​ຕັ້ງ​ລະບົບ​ດາວ​ທຽມທີ່​ມີ​ມູນ​ຄ່າ 1 ລ້ານ USD ​ເພື່ອ​ຕິດຕາມ​ກວດກາ​ບັນດາ​ຖ້ຽວ​ບິນ​ການ​ຄ້າ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພາຍຫຼັງ​ທີ່ ຈີນ​ ດ​ຳ​ເນີນ​ບັນດາ​ຖ້ຽວບິນ​ທົດ​ລອງ​ທຳ​ອິດ​ຢູ່​ສະໜາມ​ບິນ​ເຊິ່ງປະ​ເທດ​ນີ້​ກໍ່ສ້າງຢ່າງ​ຜິດ​ກົດໝາຍ​ໃນ​ເຂດດອນ​ຫິນ ຈື້​ເທີບ ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ​ເມື່ອ​ຕົ້ນ​ເດືອນ​ 1 ຜ່ານ​ມາ. ກ່າ​ວຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​​ໃນວັນ​ທີ 18/1, ທ່ານ​ຮອງ​ຫົວໜ້າ​ກົມ​ການ​ບິນ​ພົນລະ​ເຮືອນ ຟີ​ລິບ​ປິນ Rodante Joya ​ໃຫ້​ຮູ້​ວ່າ: ລະບົບ​ຕິດຕາມ​ກວດກາ​ນີ້​ຈະ​ຕິດຕາມ​ກວດກາ​ຖ້ຽວ​ບິນ​ການ​ຄ້າ​ປະມານ 200 ຖ້ຽວ​ໄປ​ຜ່ານ​ເຂດ​ນີ້​ໃນ​ແຕ່​ລະ​ມື້. ກ່ອນ​ໜ້າ​ນັ້ນ, ວັນ​ທີ 13/1, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຟີ​ລິບ​ປິນ, ທ່ານ Charles Jose ​ໃຫ້​ຮູ້​ວ່າ: ມາລີ​ລາ ຫາກໍ່ມອບຈົດ​ໝາຍ​ທາງ​ການ​ຄັດຄ້ານ​ບັນດາ​ຖ້ຽວ​ບິນ​ທົດ​ລອງ​ຂອງ ຈີນ ​ເຖິງ​ສະໜາມ​ບິນ​ເຊິ່ງ ປັກ​ກິ​ງ ຫາ​ກໍ​ກໍ່ສ້າງ​​ໃນ​ເຂດ​ດອນ​ຫິນ ຈື້​ເທີບ ທີ່ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ​ ຢູ່​ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ