ຟີລີບປີນສະຫນັບສະຫນູນຄຳຮຽກຮ້ອງຂອງອາເມລິກາກ່ຽວກັບຢຸດຕິການເຄື່ອນໄຫວ3ປະການຢູ່ທະເລຕາເວັນອອກ

ຟີລີບປີນສະຫນັບສະຫນູນຄຳຮຽກຮ້ອງຂອງອາເມລິກາກ່ຽວກັບຢຸດຕິການເຄື່ອນໄຫວ3ປະການຢູ່ທະເລຕາເວັນອອກ - ảnh 1
ທ່ານ Albert del Rosario, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​
ການ​ຕ່າງ​ປະ​ເທດ ຟິ​ລີບ​ປີນ

ພາບ:baotintuc.com

(vovworld)- ວັນ​ທີ 4/8, ທ່ານ Albert del Rosario, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟິ​ລີບ​ປີນ ໃຫ້​ຮູ້​ວ່າ: ປະ​ເທດນີ້ ຈະ​ສະ​ຫນັບ​ສະ​ຫນູນ​ຄຳ​ຮຽກ​ຮ້ອງ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວກໍ່​ສ້າງ​ຢູ່​ເຂດ​ຂັດແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໂດຍບໍ່​ຫົວ​ຊາ​ຕໍ່​ຫລັກ​ໝັ້ນ​ຂອງ​ຈີນ ທີ່​ຖື​ວ່າ: ບໍ່​ຄວນ​ນຳ​ບັນ​ຫານີ້​ມາ​ປືກ​ສາ​ຫາ​ລື​ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 48(AMM 48) ຊື່ງ​ຖືກ​​ດຳ​ເນີນ​ຢູ່ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​ເຊຍ. ທ່ານ Albert del Rosario, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟິ​ລີບ​ປີນ ໃຫ້​ຮູ້​ວ່າ: ຟິ​ລີບ​ປີນ ພ້ອມ​ແລ້ວ​ຈະ​​ຊ່ວຍ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຖ້າ​ຫາກ​ຈີນ ແລະ ບັນ​ດາ​ຝ່າຍ​ມີ​ຄຳ​ຖະ​ແຫລງ​ອະ​ທິ​ປະ​ໄຕ ເຫັນ​ດີ​ຄື​ດັ່ງ​ກ່າວ. ທ່ານ Albert del Rosario, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟິ​ລີບ​ປີນ ຊີ້​ແຈ້ງວ່າ ຟິ​ລີບ​ປີນ ສະ​ຫນັບ​ສະ​ຫນູນ ແລະ ຈະ​ຕັ້ງ​ຫນ້າ​ຊຸກ​ຍູ້​ຄຳ​ຮຽກ​ຮ້ອງ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຢຸດ​ຕິ 3 ປະ​ການນັ້ນ​ແມ່ນ: ຢຸດ​ຕິ​ການ​ຖົມ​ດິນ, ຢຸດ​ຕິ​ການກໍ່​ສ້າງ ແລະ ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ເກາະ​ຜິດທີ່​ອາດ​ສາ​ມາດ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕິງ​ປີນ​ຂັ້ນ​ໄດ. ນອກນັ້ນ ທ່ານ Albert del Rosario, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟິ​ລີບ​ປີນ ໃຫ້​ຮູ້​ວ່າ: ຟິ​ລີບ​ປີນ ມີ​ແຜນ​ການ​ນຳ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ມາ​ປືກ​ສາທີ່ AMM 48. ບັນ​ດາ​ຄຳ​ປາ​ໄສ​ດັ່ງ​ກ່າວ​ຂອງ​ ທ່ານ Albert del Rosario ຖືກ​ຍົກ​ອອກ​ພາຍ​ຫລັງ​ ​ທີ່​ຈີນ ຖະ​ແຫລງບໍ່​ຢາກ​ນຳ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ມາ​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ຂອງ​ອາ​ຊຽນ ໃນ​ອາ​ທິດນີ້ ມື້​ຫນຶ່ງ.

ຂ່າວ/ບົດ​ອື່ນ