ຟິລິບປີນ,ອິນໂດເນເຊຍແລະມາເລເຊຍເພີ່ມທະວີການຮ່ວມມືຕ້ານອາດຊະຍາກຳ

ຟິລິບປີນ,ອິນໂດເນເຊຍແລະມາເລເຊຍເພີ່ມທະວີການຮ່ວມມືຕ້ານອາດຊະຍາກຳ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ​ ​​ວັນ​ທີ 29/05, ໃນຖະ​ແຫຼງ​ການ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟິ​ລິບ​ປີນ ໃຫ້​ຮູ້​ວ່າ, ປະ​ເທດນີ້ ພ້ອມ​ກັບອິນ​ໂດ​​ເນ​ເຊ​ຍ ແລະ​ ມາ​ເລເຊຍ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ ເພື່ອ​ແນ​ໃສ່​ສະ​ກ​ັດ​ກັ້ນ​ໂຈນ​ສະ​ລັດ, ການ​ຄ້າ​ເຖື່ອນ ແລະ ບັນ​ດາ​ການ​ເຄື່ອນ​ໄ​ຫວ​ອາດ​ຊະ​ຍາ​ກຳ​ອື່ນໆ ທີ່​ມີ​ທ່າ​ແຮງ​ເພີ່ມ​ຂຶ້ນ​ຢູ່​ເຂດ​ທະ​ເລ Sulu ​ແຫ່ງຕິດ​ກັບ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້. ຖະ​ແຫຼງ​ການ​ຊີ້​ແຈ້ງວ່າ, ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ລາດ​ຕາ​ເວັນ​ສົມ​ທົບ​ກັນ ທີ່​ບັນ​ລຸ​ໄດ້​ໃນ​ກອ​ງ​ປະ​ຊຸມ​ລະ​ຫວ່າງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຟິ​ລິບ​ປີນ Voltaire Gazmin ແລະ ຄູ່​ຕຳ​ແໜ​່ງທ່ານ Hishammuddin Hussein ຂອງ​​ມາ​ເລ​ເຊຍ ແລະ ທ່ານ Ryamizard Ryacudu ຂອງ​ອິນ​ໂດ​ເນ​ເຊຍ ຢູ່ນອກກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ຢູ່​ລາວ ໃນ​ວັນ​ທີ 26/05. ຕາມ​ຖະ​ແຫຼງ​ການ, 3 ປະ​ເທດ​ໄດ້​ເຫັນ​ດີ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຝຶກ​ອົບ​ຮົມ​ຮ່ວມ, ໃນ​ນັ້ນ, ອິນ​ໂດ​ເນ​ເຊຍ ສະ​ເໜີ​ດຳ​ເນີນ​ບັນ​ດາ​ການຊ້ອ​ມຮົບ​ຮ່ວມ​ລະ​ຫວ່າງ 3 ປະ​ເທດ​ຢ່າງ​ນ້ອຍ​ສຸດປະ​ລະ​ 2 ​ເທື່ອ​. 3  ປະ​ເທດ​ກໍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​​ປະກັນ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ຢ່າງ​ທັນ​ການ ແລະ ​ອອກ​ຄຳ​ສັ່ງຊີ​ນຳ​ໃຫ້​ບັນ​ດາ​ອົງ​ການ​ສືບ​ລາ​ຊະ​ການ​ລັບ​ແບ່ງ​ປັນ​ຂໍ້​ມູນ​​ກ່ຽວ​ກັບ​ອາ​ດ​ຊະ​ຍາ​ກຳ.

ຂ່າວ/ບົດ​ອື່ນ