ຟີລິບປິນເພີ່ມທະວີກຳລັງຄວາມສາມາດລາດຕາເວນຢູ່ທະເລຕາເວັນອອກ

ຟີລິບປິນເພີ່ມທະວີກຳລັງຄວາມສາມາດລາດຕາເວນຢູ່ທະເລຕາເວັນອອກ - ảnh 1
ເຮືອບິນTC-90 ຂອງ ຍີ່ປຸ່ນ
(ພາບ: Reuters)

(vovworld) –  ວັນ​ທີ 9/3, ກ່າວ​ຄຳ​ເຫັນຢູ່ຖານ​ທີ່​ໝັ້ນກອງທັບ​ອາກາດ​ຢູ່ພາກ​ໃຕ້ Manila, ທ່ານ​ປະທານາທິບໍດີ ຟີ​ລິບ​ປິນ Benigno Aquino ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ຈະ​ເຊົ່າ​ເຮ​ືອບິນ​ຊ້ອມ​ຮົບ​ຂອງ ຍີ່ປຸ່ນ 5 ລຳ​ເພື່ອ​ໜູນ​ຊ່ວຍ​ກຳລັງ​ທະຫານ​ເຮືອ​ລາດ​ຕາ​ເວນ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ ​ໃນ​ສະພາບ​ທີ່ ຈີນ ພວມ​ເພີ່ມ​ທະວີ​ການ​​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຢູ່​​ເຂດ​ນີ້. ທ່ານ​ຢັ້ງຢືນ​ວ່າ: ​ບັນດາ​ເຮືອບິນ​ເຫຼົ່າ​ນີ້​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາດ​ປົກປ້ອງ​ຜືນ​ແຜ່ນດິນ​ຂອງ​ກຳລັງ​ທະຫານ​ອາ​ກາດ ຟີ​ລິ​ບປິນ ​ແລະ ລັດຖະບານ​ມີ​ແຜນ​ນະ​ໂຍບາຍ​ສືບ​ຕໍ່​ປັບປຸງ​ກຳລັງ​ແຮງ​ດ້ານ​ປ້ອງ​ກັນຊາດ​ຜ່ານ​ການ​ສ້າງ​ກຳລັງ​ກອງທັບ​ອາກາດ, ​ເພີ່ມ​​ຈຳນວນ​ເຮືອ​ບິນ ​ແລະ ​ເຮືອບິນ ​ເອລີກ​ອບ​ແຕ ​ເພື່ອ​ຂົນ​ສົ່ງ​ທະຫານ ​ແລະ ​ເຄື່ອງ​ຂອງ​ໜູນ​ຊ່ວຍ ກໍ​ຄື​ປົກ​ປ້ອງ​ບັນດາ​ເຂດ​ຊາຍ​​ແດນ​ທະ​ເລ. ທ່ານ​ກໍ​ປະກາດ​ວ່າ: ​ໃນ​ປີ​ນີ້, ຟີ​ລິບ​ປິນ ກໍ່​ຈະ​ຮັບ​ເອົາ​ເຮືອບິນ​ຂົນ​ສົ່ງຈາກ ​ອາ​ເມ​ລິ​ກາ 2 ລຳ​, ​ໃນ​ສະພາບທີ່​ທັງ ອາ​ເມ​ລິ​ກາ ​ແລະ ສ. ​ເກົາຫຼີ ລ້ວນ​ແຕ່​ສະ​ເໜີ​ຊ່ວຍ​ເຫຼືອ Manila ​ເພີ່ມ​ທະວີ​ກຳລັງ​​ແຮງ​ທາງ​ອາກາດ.


ຂ່າວ/ບົດ​ອື່ນ