ຟິລິບປິນແລະຍີ່ປຸ່ນມຸ່ງໄປເຖິງການເຈລະຈາສັນຍາກ່ຽວກັບການສົມທົບບັນດາກຳລັງ2ປະເທດ

ຟິລິບປິນແລະຍີ່ປຸ່ນມຸ່ງໄປເຖິງການເຈລະຈາສັນຍາກ່ຽວກັບການສົມທົບບັນດາກຳລັງ2ປະເທດ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Benigno Aquino ກ່າວ​ຄຳ​ເຫັນ​ທີ່​ສະ​
ພາ​ແຫ່ງ​ຊາດ ຍີ່​ປຸ່ນ
(ພາບ: AFP/TTXVN)

(vovworld) - ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Benigno Aquino ພວ​ມ​ຢູ່​ຢ້ຽມ​ຢາມ ຍີ່​ປຸ່ນ ຖະ​ແຫຼງວ່າ: ມາ​ນີ​ລາ ພ້ອມ​ແລ້ວ​ທີ່​​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ ໂຕ​ກຽວ ກ່ຽວ​ກັບ​ສັນ​ຍາ​ບັນ​ດາ​ກຳ​ລັງ​ຢ້ຽມ​ຢາມ​ເຊິ່ງ​ກັນ​ ແລະ ກັນ. ສັນ​ຍາ​ດັ່ງ​ກ່າວ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ເຮືອ​ບິນ​ການ​ທະ​ຫານ ແລະ ກ່ຳ​ປັນ​ຂອງກອງ​ທັບ​ເຮືອ ຍີ່​ປຸ່ນ ນຳ​ໃຊ້​ບັນ​ດາ​ຖານ​ທີ່​ໝັ້ນ​ຢູ່ ຟີ​ລິບ​ປິນ ເພື່ອຮັບ​ເຊື້ອ​ເພິງ, ພ້ອມ​ທັງ​ເປີດ​ກ້​ວາງ​ຂອບ​ຂະ​ໜາດ​ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ຂອງ 2 ປະ​ເທດ. ວັນ​ທີ 5/6, ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຢູ່​ໂຕ​ກຽວ ໃນ​ວັນ​ສຸດ​ທ້າຍ​​ຂອງ​ການຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຍີ່​ປຸ່ນ ແຕ່​ວັນ​ທີ 2/6, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Benigno Aquino ໃຫ້​ຮູ້​ວ່າ: ​ທີ່​ການ​ເຈ​ລະ​ຈາ​ຕ່າງໆ​ລະ​ຫວ່າງ​ທ່ານ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ນຳ​ກັນ​ວ່າ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຈະ​ເລີ່ມ​ປ​ຶກ​ສາ​ຫາ​ລື​ເພື່ອ​ມຸ່ງ​ໄປ​ເຖິງ​ສັນ​ຍາ​ດັ່ງ​ກ່າວ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສັນ​ຍາ​ມອບ​ສົ່ງ​ເຕັກ​ໂນ​ໂລ​ຢີ ແລະ ອຸ​ປະ​ກອນ​ການ​ທະ​ຫານ​ຮັບ​ໃຊ້​ວຽກ​ງານ​ກູ້​ໄພ​ກູ້​ຊີບ ແລະ ຄວາມ​ໝັ້ນ​ຄົງ​​ໃນການ​ເດີ​ນ​ທະ​ເລ.


ຂ່າວ/ບົດ​ອື່ນ