ຟຸອຽນຮັບໃບຢັ້ງຢືນ ຮັບຮອງ “ສິລະປະຂັບບ່າຍຈອຍ” ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸ ຈາກ UNESCO

(VOVWORLD) - ເລື່ອງຂັບບ່າຍຈອຍໄດ້ຮັບການເຊີດຊູເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດນັ້ນ ໄດ້ປະກອບສ່ວນຢັ້ງຢືນສີສັນວັດທະນະທຳຫຼາຍຮູບຫຼາຍແບບຂອງຫວຽດນາມ
ຟຸອຽນຮັບໃບຢັ້ງຢືນ ຮັບຮອງ “ສິລະປະຂັບບ່າຍຈອຍ” ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸ  ຈາກ UNESCO - ảnh 1 ການນຳແຂວງຟຸອຽນ ຮັບໃບຢັ້ງຢືນ ຮັບຮອງ “ສິລະປະຂັບບ່າຍຈອຍ” ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸ ຈາກ UNESCO

ພິທີຮັບໃບຢັ້ງຢືນ ຮັບຮອງ “ສິລະປະຂັບບ່າຍຈອຍ” ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸ ຈາກ UNESCO ໄດ້ດຳເນີນໃນຕອນຄ່ຳວັນທີ 19 ພຶດສະພາ, ຢູ່ນະຄອນຕຸຍຮວ່າ (ແຂວງຟຸອຽນຂອງຫວຽດນາມ). ເຫດການດັ່ງກ່າວ ບໍ່ພຽງແຕ່ມີຄວາມໝາຍສະເພາະສຳລັບແຂວງຟຸອຽນເທົ່ານັ້ນ ຫາກແມ່ນຄວາມພາກພູມໃຈລວມຂອງບັນດາແຂວງພາກກາງຂອງຫວຽດນາມທີ່ມີກອງສະລິປະກອນຂັບບ່າຍຈອຍພວມເຄື່ອນໄຫວອີກດ້ວຍ. ເລື່ອງຂັບບ່າຍຈອຍໄດ້ຮັບການເຊີດຊູເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດນັ້ນ ໄດ້ປະກອບສ່ວນຢັ້ງຢືນສີສັນວັດທະນະທຳຫຼາຍຮູບຫຼາຍແບບຂອງຫວຽດນາມ.

        ທີ່ພິທີ, ໄດ້ດຳເນີນການເຄື່ອນໄຫວໜ້າປະທັບໃຈຫຼາຍຢ່າງ ຄື: ເດີນຂະບວນແຫ່ໃບຢັ້ງຢືນ ໂດຍມີການເຂົ້າຮ່ວມຂອງບັນດານັກສິລະປິນ, ນັກສະແດງ ຈາກບັນດາກອງສິລະປະກອນຂັບບາຍຈອຍໃນທົ່ວແຂວງ; ການສະແດງຂັບບ່າຍຈອຍພື້ນເມືອງ ໄດ້ດຶງດູດຊາວທ້ອງຖິ່ນ ແລະ ແຂກມາຊົມເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ