ມີ 143 ບົດໜັງສືພິມໄດ້ລອດເຂົ້າຮອບຊະນະເລີດລາງວັນສື່ມວນຊົນແຫ່ງຊາດ 2015

ມີ 143 ບົດໜັງສືພິມໄດ້ລອດເຂົ້າຮອບຊະນະເລີດລາງວັນສື່ມວນຊົນແຫ່ງຊາດ 2015 - ảnh 1
ນັກ​ຂ່າວ ຖ້ວນ​ຮິ້ວ ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນ​າມ, ປະ​ທານສະ​ພາ​ກວດ​ສອບ​​ຮອບ​ຊິງ​ຊະ​ນະ​ເລີດລາງວັນ​ສື່ມວນ​ຊົນ​ແຫ່ງຊາດປີ 2015

(vovworld)- ຕອນ​ເຊົ້າ​ວັນ​ທີ 3/6, ຢູ່​ຮ່າ​ໂນ້ຍ, ສະ​ພາ​ກວດ​ສອບ​​ຮອບ​ຊິງ​ຊະ​ນະ​ເລີດລາງວັນ​ສື່ມວນ​ຊົນ​ແຫ່ງຊາດຄັ້ງທີ 10 ປີ 2015 ໄດ້​ດຳ​ເນີນ​ການ​ໃຫ້​ຄະ​ແນນ​ຮອບ​ຊະ​ນະ​ເລີດ ເພື່ອ​ເລືອກ​ເຟັ້ນ​ເອົາ​ບັນ​ດາ​ບົດ​ໜັງ​ສື​ພິມ​ທີ່​ດີ​ເດັ່ນ​ເພື່ອ​ພິ​ຈາ​ລະ​ນາມອບ​ລາງວັນ​ສື່ມວນ​ຊົນ​ແຫ່ງຊາດ. ມີ 143 ບົດ​ໜັງ​ສື​ພິມ​ໄດ້​ລອດ​ເຂົ້າຮອບ​ຊະ​ນະ​ເລີດລາງວັນ​ສື່ມວນ​ຊົນ​ແຫ່ງຊາດ 2015. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ນັກ​ຂ່າວ ຖ້ວນ​ຮິ້ວ ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນ​າມ, ປະ​ທານສະ​ພາ​ກວດ​ສອບ​​ຮອບ​ຊິງ​ຊະ​ນະ​ເລີດລາງວັນ​ສື່ມວນ​ຊົນ​ແຫ່ງຊາດປີ 2015 ໄດ້​ຊີ້​ແຈ້ງວ່າ ນີ້​ແມ່ນ​ເຫດ​ການ​ໃຫຍ່​ຂອງວົງ​ການສື່ມວນ​ຊົນ​ຫວຽດ​ນ​າມ, ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ເພື່ອມອບ​ໃຫ້​ບັນ​ດາ​ບົດ​ໜັງ​ສື​ພິມ​ທີ່​ດີ​ເດັ່ນ, ເຊີດ​ຊູ​ບັນ​ດາ​ນັກ​ຂ່າວ, ກຸ່ມ​ນັກ​ຂ່າວ​ທີ່​ມີ​ບົດ​ໜັງ​ສື​ພິມ​ທີ່​ດີ​ເດັ່ນ​ທີ່​ສຸດ​ໃນ​ແຕ່​ລະ​ປີ. ກ່ຽວ​ກັບ​ຄຸນ​ນະ​ພາບ​ຂອງ​ບັນ​ດາ​ບົດ​ໜັງ​ສື​ພິມ​ທີ່​​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ, ນັກ​ຂ່າວ​ມາຍ​ດຶກ​ລົກ ໃຫ້​ຂໍ້​ສັງ​ເກດ​ວ່າ : 

    “ ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ອະ​ນຸ​ກຳ​ມະ​ການ, ສະ​ພາ​ກວດ​ສອບ, ບັນ​ດາ​​ບົດ​ໜັງ​ສື​ພິມ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂ​ັນ, ເບິ່ງ​ລວມ​ແລ້ວ ແມ່ນ​ມີ​ຄວາມ​ສະ​ໝ່ຳ​ສະ​ເໝີ ທາງ​ດ້ານ​ຄຸນ​ນະ​ພາບ. ຈຳ​ນວນບົດ​ນຳ, ບົດ​ວິ​ເຄາະ, ວິ​ເຄາະ​ຫົວ​ເລື່ອງ​ ແມ່ນ​ໄດ້​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ປີ 2014, ມີ​ເນື້ອ​ໃນ​ຕິດ​ແທດ​ຕົວ​ຈິງ​ກ່​ວາ​ເກົ່າ ”
ຂ່າວ/ບົດ​ອື່ນ