ມີ 35 ຜົນ​ງານ​ຍາດ​ໄດ້​ລາງວັນ​​ສື່ມວນ​ຊົນ​ທົ່ວ​ປະ​ເທດດ້ວຍ​ຫົວ​ຂໍ້ “ສື່ມວນ​ຊົນ​ກັບ​ວຽກ​ງານ​ຕໍ່​ສູ້​ປ້​ອງ​ກັນ, ຕ້ານ​ໄພ​ສ​ໍ້​ລາດ​ບັງຫຼວງ, ຟຸມເຟືອຍ” ຄັ້ງ​ທີ II

(VOVWORLD) -ພິທີມອບລາງວັນ “ສື່ມວນຊົນກັບວຽກງານຕໍ່ສູ້ປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ” ຄັ້ງທີ II, ປີ 2018 -2019 ຈະດຳເນີນໃນວັນທີ 15 ສິງຫາ, ຢູ່ຮ່າໂນ້ຍ. ປີນີ້ມີ ຜົນງານປະເພດຕ່າງໆ 35 ຢ່າງ ຄື: ສື່ສິ່ງພິມ, ສື່ເອເລັກໂຕນິກ, ການກະຈາຍສຽງ, ໂທລະພາບໄດ້ຮັບການຄັດເລືອກຈາກຄະນະຈັດຕັ້ງເພື່ອມອບຂອງຂວັນ.
ມີ 35 ຜົນ​ງານ​ຍາດ​ໄດ້​ລາງວັນ​​ສື່ມວນ​ຊົນ​ທົ່ວ​ປະ​ເທດດ້ວຍ​ຫົວ​ຂໍ້ “ສື່ມວນ​ຊົນ​ກັບ​ວຽກ​ງານ​ຕໍ່​ສູ້​ປ້​ອງ​ກັນ, ຕ້ານ​ໄພ​ສ​ໍ້​ລາດ​ບັງຫຼວງ, ຟຸມເຟືອຍ” ຄັ້ງ​ທີ II - ảnh 1ທ່ານ ເຈິ່ນແທງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ພາບ: VTV)

ທີ່ການຖະແຫຼງຂ່າວໃນວັນທີ 31 ກໍລະກົດ, ທ່ານ ເຈິ່ນແທງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຫົວໜ້າຄະນະຊີ້ນຳການແຂ່ງຂັນສື່ມວນຊົນທົ່ວປະເທດດ້ວຍຫົວຂໍ້ “ສື່ມວນຊົນກັບວຽກງານຕໍ່ສູ້ປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ” ຄັ້ງທີ II, ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຂອງຖັນແຖວນັກຂ່າວທີ່ເຂົ້າຮ່ວມການສືບສວນສອບສວນຕ້ານການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ. ທ່ານກ່າວວ່າ:

        ໃນຄັ້ງນີ້ຕ້ອງເນັ້ນໜັກເຖິງຈິດໃຈຂອງປະຊາຊົນສຳລັບວຽກງານການຕໍ່ສູ້ປ້ອງກັນ ແລະ ຕ້ານໄພສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ. ເນັ້ນໜັ້ກເຖິງການຜັນຂະຫຍາຍປະຊາທິປະໄຕ, ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດທີ່ເປັນຕົວແທນໃຫ້ສຽງເວົ້າຂອງປະຊາຊົນ. ເນັ້ນໜັກເຖິງການຕິດຕາມກວດກາການຕີລາຄາຂອງສັງຄົມຄືຄຳເວົ້າຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູ໊ຈ້ອງ ວ່າ: ກິດຈະການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງຈະສຳເລັດຫຼືບໍ່ ນັ້ນແມ່ນຕ້ອງມີບົດບາດຂອງແນວໂຮມໃນການຂົນຂວາຍປະຊາຊົນທຸກຊັ້ນວັນນະ”.

ຕອບກັບ

ຂ່າວ/ບົດ​ອື່ນ