ມີ 367 ຄົນທົດລອງສັກວັກຊິນກັນໂລກລະບາດໂຄວິດ-19 Nano Covax ໄລຍະທີ 2

(VOVWORLD) -ກຸ່ມຄົ້ນຄວ້າດັ່ງກ່າວບໍ່ທັນພົບປະຕິກິລິຍາຜິດປົກກະຕິຂອງບັນດາຜູ້ສະໝັກສັກວັກຊິນ.
ມີ 367 ຄົນທົດລອງສັກວັກຊິນກັນໂລກລະບາດໂຄວິດ-19 Nano Covax ໄລຍະທີ 2 - ảnh 1ໝາກຜົນການທົດລອງສັກວັກຊິນ Nano Covax ເບື້ອງຕົ້ນ ຄາດວ່າຈະສຳເລັດໃນທ້າຍປີ 2021
(ພາບ: TTXVN)

ພາຍຫຼັງຜັນຂະຫຍາຍການສັກວັກຊິນທົດລອງກັນໂລກລະບາດໂຄວິດ-19 Nano Covax ໄລຍະ 2, ວິທະຍາຄານເສນາຮັກ (ກະຊວງປ້ອງກັນປະເທດຫວຽດນາມ) ແລະ ສະຖາບັນ Pasteur ນະຄອນໂຮ່ຈີມິນ ໄດ້ສັກວັກຊິນໃຫ້ຜູ້ສະໝັກ 367 ຄົນ, ສຳເລັດ 65% ເຂັມວັກຊິນໂທດລອງໄລຍະນີ້.

        ບັນດາຜູ້ສະໝັກໄດ້ສັກວັກຊິນກັນໂຄວິດ-19 Nano Covav 2 ເຂັມ, ໂດຍຫ່າງຈາກເຂັມທີ 1 ເປັນເວລາ 28 ວັນ. ກຸ່ມຄົ້ນຄວ້າດັ່ງກ່າວບໍ່ທັນພົບປະຕິກິລິຍາຜິດປົກກະຕິຂອງບັນດາຜູ້ສະໝັກສັກວັກຊິນ. ຄາດວ່າ, ທ້າຍເດືອນ ມີນາ, ຕົ້ນເດືອນ ເມສາ 2021 ນີ້, ຈະມີຜູ້ສະໝັກສັກວັກຊິນກັນພະຍາດໂຄວິດ-19 Nano Covax ເຕັມ 2 ເຂັມ.

        ໄປພ້ອມກັບການສັກວັກຊິນໃຫ້ແກ່ຜູ້ສະໝັກໃຈ, ເລື່ອງຄັດເລືອກ ແລະ ກວດສຸຂະພາບຜູ້ຈົດລະບຽນທົດລອງໄລຍະທີ 2 ກໍ່ສືບຕໍ່ໄດ້ຮັບການຜັນຂະຫຍາຍ. ໝາກຜົນການທົດລອງສັກວັກຊິນ Nano Covax ເບື້ອງຕົ້ນ ຄາດວ່າຈະສຳເລັດໃນທ້າຍປີ 2021.

ກ່ຽວກັບສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ: ໄລ່ຮອດເວລາ 18 ໂມງຂອງວັນທີ 05 ມີນາ, ຫວຽດນາມ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 6 ຄົນ ແລະ ລ້ວນແຕ່ແມ່ນຄົນເຂົ້າເມືອງ, ໄດ້ຮັບການແຍກຕົວໂດຍທັນທີຢູ່ແຂວງ ບິ່ງເຢືອງ, ໄຕນິງ ແລະ ກຽນຢາງ. ໄລ່ລວມແລ້ວ, ຫວຽດນາມ ໄດ້ມີ 1.920/2.494 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ; ມີ 35 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ