ມີ 5 ປະເທດເຂົ້າຮ່ວມງານບຸນບາລູນສາກົນ ເຫ້ວ ປີ 2019

(VOVWORLD) - ງານບຸນບາລູນສາກົນ ເຫ້ວ ປີ 2019 ຄັ້ງທີ 3 (Balloon Over Hue 2019) ຈະມີການເຂົ້າຮ່ວມຂອງ 5 ປະເທດລວມມີ: ຍີປຸ່ນ, ໂຮນລັງ, ໄທ, ມາເລເຊຍ ແລະ ຫວຽດນາມ.
ມີ 5 ປະເທດເຂົ້າຮ່ວມງານບຸນບາລູນສາກົນ ເຫ້ວ ປີ 2019 - ảnh 1ບາລູນຢູ່ທີ່ Festival ອາຊີບຫັດຖະກຳ ເຫ້ວ (ພາບ: BTC)

ນີ້ແມ່ນການເຄື່ອນໄຫວໃນຂອບເຂດ Festival ອາຊີບຫັດຖະກຳ ເຫ້ວ ປີ 2019 ເຊິ່ງຈະໄດ້ດຳເນີນນັບແຕ່ວັນທີ 28 ເມສາ - 2 ພຶດສະພາ.

        ງານບຸນບາລູນສາກົນ ເຫ້ວ 2019 ຈະໄດ້ຮັບການຈັດຕັ້ງຢູ່ສະໜາມຫຼວງ ງໍ້ມົນ, ນັບແຕ່ວັນທີ 26 ເມສາ - 2 ພຶດສະພາ. ພິເສດ, ໃນຕອນຄ່ຳວັນທີ 27 ເມສາ ຈະມີລາຍການ:ຄືນແຫ່ງ ແສງສະຫວ່າງບາລູນ. ຕາມນັ້ນແລ້ວ, ງານບຸນບາລູນຈະມີການເຂົ້າຮ່ວມຂອງບາລູນ 10 ໜ່ວຍມາຈາກ 5 ປະເທດຄື: ຍີປຸ່ນ, ໂຮນລັງ, ໄທ, ມາເລເຊຍ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ