ມີ 6 ປະ​ເທດ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​​ມິດຕະ​ພາບ ແລະ ການ​ຮ່ວມ​ມື ຢູ່​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້​ຕື່ມ​ອີກ

(VOVWORLD) -ກ່າວຄຳເຫັນທີ່ເຫດການນີ້, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhonn, ປະທານ ກອງປະຊຸມ AMM-55 ໄດ້ເນັ້ນໜັກວ່າ ເລື່ອງຫຼາຍປະເທດເຂົ້າຮ່ວມ TAC ຄືໃນປັດຈຸບັນ ໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງສົນທິສັນຍານີ້ ດ້ວຍເປົ້າໝາຍ ແລະ ຫຼັກການພື້ນຖານໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍມິດຕະພາບ ແລະ ພ້ອມກັນຍືນຍົງຄົງຕົວຢ່າງມີສັນຕິພາບ.
ມີ 6 ປະ​ເທດ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​​ມິດຕະ​ພາບ ແລະ ການ​ຮ່ວມ​ມື ຢູ່​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້​ຕື່ມ​ອີກ - ảnh 1ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮຸນແຊນ ຖ່າຍຮູບເປັນທີ່ລະນຶກກັບທ່ານເລຂາທິການໃຫຍ່ ອາຊຽນ ແລະ ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ (ພາບ: TTXVN)

ວັນທີ 3 ສິງຫາ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55 (AMM - 55) ຢູ່ພະນົມເປັນ, ປະເທດກຳປູເຈຍ, ບັນດາຜູ້ຕາງໜ້າຂອງປະເທດ ແດນມາກ, ເກຼັກ, ໂອມານ, ກາຕາ ແລະ ສະຫະລັດ ອາຣັບ ເອມີເຣັດ (UAE) ໄດ້ລົງນາມເອກະສານເຂົ້າຮ່ວມສົນທິສັນຍາມິດຕະພາບ ແລະ ຮ່ວມມື ອາຊີຕາເວັນອອກສ່ຽງໃຕ້ (TAC), ພາຍໃຕ້ການເປັນສັກຂີພິຍານຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ. ດັ່ງນັ້ນ, ມາຮອດປັດຈຸບັນ ສົນທິສັນຍານີ້ ມີ 49 ປະເທດສະມາຊິກເຂົ້າຮ່ວມ.

ກ່າວຄຳເຫັນທີ່ເຫດການນີ້, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhonn, ປະທານ ກອງປະຊຸມ AMM-55 ໄດ້ເນັ້ນໜັກວ່າ ເລື່ອງຫຼາຍປະເທດເຂົ້າຮ່ວມ TAC ຄືໃນປັດຈຸບັນ ໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງສົນທິສັນຍານີ້ ດ້ວຍເປົ້າໝາຍ ແລະ ຫຼັກການພື້ນຖານໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍມິດຕະພາບ ແລະ ພ້ອມກັນຍືນຍົງຄົງຕົວຢ່າງມີສັນຕິພາບ.

TAC ແມ່ນສົນທິສັນຍາສັນຕິພາບ ໄດ້ລົງນາມເມື່ອປີ 1976 ລະຫວ່າງບັນດາປະເທດສະມາຊິກ ອາຊຽນ ເພື່ອແນໃສ່ສ້າງກົດແຫ່ງ ການປະພຶດກ່ຽວກັບການພົວພັນລະຫວ່າງບັນດາປະເທດໃນພາກພື້ນ, ຊຸກຍູ້ສັນຕິພາບ, ການພົວພັນມິດຕະພາບ ແລະ ການຮ່ວມມືຕະຫຼອດໄປບົນພື້ນຖານເຄົາລົບນັບຖືເຊິ່ງກັນ ແລະ ກັນ, ບົນຫຼັກການບໍ່ແຊກແຊງ ແລະ ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ