ມີ 6 ປະເທດເອີລົບເຂົ້າຮ່ວມກົນໄກການຄ້າກັບອີຣານ

(VOVWORLD) -ຖະແຫຼງການຮ່ວມຂອງ 6 ປະເທດນີ້ກໍ່ຮຽກຮ້ອງໃຫ້ອີຣານ “ກັມຕ່າວຄືນຫາກບໍ່ໂຈະການປະຕິບັດບັນດາມາດຕາ ແລະ ຂ້ໍກຳນົດໃນຂໍ້ຕົກລົງນິວເຄຼຍຢ່າງຄົບຖ້ວນ”.

ວັນທີ 29 ພະຈິກ, ມີ 6 ປະເທດເອີລົບຕື່ມອີກລວມມີ ແຟງລັງ, ແບນຊິກ, ແດນມາກ, ນອກແວ ແລະ ສະວິດ ແຈ້ງໃຫ້ຊາບວ່າໄດ້ເຂົ້າຮ່ວມເຄື່ອງມືໜູນຊ່ວຍການແລກປ່ຽນການຄ້າ (INSTEX) -  ກົນໄກການເງິນຂອງສະຫະພາບເອີລົບ (ອີຢູ) ເຊິ່ງໄດ້ສ້າງອອກມາເພື່ອສ້າງເງື່ອນໄຂສະດວກໃນການແລກປ່ຽນການຄ້າກັບອີຣານ ໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດຂອງອາເມລິກາ. ບັນດາປະເທດເອີລົບດັ່ງກ່າວ ເນັ້ນໜັກວ່າ, ໄດ້ຖືເປັນສຳຄັນການຮັກສາ ແລະ ປະຕິບັດຂໍ້ຕົກລົງປີ 2015 ກັບອີຣານ ແລະ ບັນດາປະເທດມະຫາອຳນາດ, ຫຼື ຍັງເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຢ່າງຮອບດ້ານ (JPCOA) ຢ່າງຄົບຖ້ວນ. ຖະແຫຼງການຮ່ວມຂອງ 6 ປະເທດນີ້ກໍ່ຮຽກຮ້ອງໃຫ້ອີຣານ “ກັມຕ່າວຄືນຫາກບໍ່ໂຈະການປະຕິບັດບັນດາມາດຕາ ແລະ ຂ້ໍກຳນົດໃນຂໍ້ຕົກລົງນິວເຄຼຍຢ່າງຄົບຖ້ວນ”. ກ່ອນໜ້ານັ້ນ, ເຢຍລະມັນ, ອັງກິດ ແລະ ຝລັ່ງ ໄດ້ເລີ່ມປະຕິບັດກົນໄກດັ່ງກ່າວເມື່ອເດືອນມັງກອນ ພາຍໃຕ້ຄວາມກົດດັນຂອງອີຣານ ເພື່ອແນໃສ່ຮັກສາ JCPOA. INSTEX ແມ່ນກົນໄກຊຳລະເຊິ່ງອັງກິດ, ຝລັ່ງ ແລະ ເຢຍລະມັນ ຊຸກຍູ້ ເພື່ອແນໃສ່ໜູນຊ່ວຍການແລກປ່ຽນດ້ານການຄ້າກັບອີຣານ ແລະ ຊ່ວຍໃຫ້ເຕເຮຣານ ຫຼີກລ້ຽງບັນດາມາດຕະການລົງໂທດຂອງວໍຊິງຕັນ.

ຕອບກັບ

ຂ່າວ/ບົດ​ອື່ນ